ຕາມຂ່າວCRI ,ວັນທີ 8 ຕຸລາແມ່ນວັນໂລກທີ່ເອົາໃຈໃສ່ຜູ່ຈະຕາຍຄັ້ງທຳອິດ.ຜູ່ຕາງຫນ້າ 100ກວ່າຄົນທີ່ມາຈາກອົງການປິ່ນປົວສາທາລະນະສຸກແລະອົງການຈັດຕັ້ງມວນຊົນທີ່ກ່ຽວຂ້ອງຂອງຈີນໄດ້ຈັດການເຄື່ອນໄຫວຢູ່ທີ່ປັກກິ່ງ,ຮຽກຮ້ອງໃຫ້ວົງການຕ່າງໆຂອງສັງຄົມຈົ່ງເອົາໃຈໃສ່ຜູ່ຈະຕາຍ. ຕາມແນະນຳວ່າ,ເມື່ອປຽບທຽບກັບປະເທດພັດທະນາຂອງຝ່າຍຕາເວັນຕົກແລະວຽກງານເອົາໃຈໃສ່ຜູ່ຈະຕາຍຢູ່ຈີນຈະຊັກຊ້າກວ່າ.ຄຽງຄູ່ກັບປະຊາຊອນຈີນທີ່ມີອາຍຸສູງເພີ່ມຫຼາຍຂຶ້ນ,ໃນຫຼາຍປີມານີ້,ຄົນທີ່ນັບມື້ນັບຫຼາຍໄດ້ເລີ່ມເອົາໃຈໃສ່ຜູ່ຈະຕາຍ,ອົງການຈັດຕັ້ງທີ່ເອົາໃຈໃສ່ຜູ່ຈະຕາຍຊະນິດຕ່າງໆແລະໂຮງບົວລະບັດຄົນໄວຊະລາເປັນຕົ້ນໄດ້ເພີ່ມຫຼາຍຂຶ້ນຢ່າງວ່ອງໄວ,ປະຈຸບັນ,ອົງການຈັດຕັ້ງທີ່ເອົາໃຈໃສ່ຜູ່ຈະຕາຍຊະນິດຕ່າງໆໃນທົ່ວປະເທດມີປະມານ 100 ແຫ່ງ.
ຕາມຊາບວ່າ,ການຕັ້ງວັນໂລກທີ່ເອົາໃຈໃສ່ຜູ່ຈະຕາຍມີຈຸດປະສົງຍົກຄວາມຮັບຮູ້ຂອງມວນຊົນບັນດາປະເທດໃນໂລກໃນຄວາມຕ້ອງການຂອງການປິ່ນປົວ ຊີວິດການເປັນຢູ່ແລະຈິດໃຈເປັນຕົ້ນຂອງຄົນປ່ວຍທີ່ຢູ່ໃນໄລຍະສຸດທ້າຍຂອງພະຍາດໃຫ້ສູງຂຶ້ນ,ເຮັດໃຫ້ຄົນປ່ວຍໄດ້ມີການຮັບປະກັນຄຸນນະພາບດ້ານຊີວິດການເປັນຢູ່ໃນໄລຍະສຸດທ້າຍຂອງຊີວິດ
|