ຕາມຂ່າວCRI: ວັນທີ 26 ກັນຍາ, ກົມໃຫຍ່ຕິດຕາມກວດສອບຄຸນນະພາບແລະກວດກາພະຍາດແຫ່ງຊາດຈີນໄດ້ຈັດກອງປະຊຸມຢູ່ປັກກິ່ງ; ຈັດວາງການເພີ່ມທະວີວຽກງານກວດສອບຄຸນນະພາບແລະກວດກາພະຍາດຂາເຂົ້າຂາອອກຕື່ມອີກ.
ຕາມໄດ້ຊາບ, ເລີ່ມແຕ່ເດືອນທັນວາປີນີ້ຈີນຈະປະຕິບັດ"ກົດຂໍ້ກຳນົດປະຕິບັດກົດໝາຍກວດກາສິນຄ້າຂາເຂົ້າຂາອອກ"ສະບັບໃໝ່.
ນອກນີ້ຕາມແນະນຳວ່າ, ແຕ່ປີ1992ຫາ6ເດືອນຕົ້ນປີ2005, ອົງການກວດສອບຄຸນນະພາບແລະກວດກາພະຍາດເຂົ້າອອກເມືອງຂອງຈີນ, ໄດ້ກວດກາສິນຄ້າຂາເຂົ້າຂາອອກທັງໝົດທີ່ມີມູນຄ່າ2600ຕື້ໂດລາ, ໃນນັ້ນໄດ້ກວດອອກສິນຄ້າຂາເຂົ້າຂາອອກທີ່ບໍ່ໄດ້ມາດຖານ47ຕື້ກວ່າໂດລາສະຫະລັດ, ໄດ້ປົກປັກຮັກສາຜົນປະໂຫຍດສ່ວນລັດຢ່າງແຂງແຮງ, ແລະຮັກສາສິດແລະຜົນປະໂຫຍດທີ່ຊອບກົດໝາຍຂອງບັດດາຝ່າຍການຄ້າທີ່ກ່ຽວຂ້ອງ.
|