ຕາມຂ່າວCRI: ວັນທີ 31 ສິງຫາຢູ່ປັກກິ່ງ, ທ່ານເສີງໂກວຟ້າງ ຜູ່ຊ່ອຍລັດຖະມົນຕີກະຊວງການຕ່າງປະເທດຈີນກັບທ່ານນາງ ລູອິສ ອາໂປ ຂ້າຫຼວງຊັ້ນສູນວຽກງານສິດທິມະນຸດຂອງອົງການສະຫະປະຊາຊາດໄດ້ລົງລາຍເຊັນບົດບັນທຶກຊ່ອຍຈຳເຂົ້າໃຈກັນກ່ຽວກັບສອງຝ່າຍເຫັນດີຮ່ວມມືວາງແລະປະຕິບັດໂຄງການຮ່ວມມືເຕັກນິກ.
ບົດບັນທຶກຊ່ອຍຈຳຂຽນວ່າ, ຈີນກັບຫ້ອງການວຽກງານຂ້າຫຼວງຊັ້ນສູງວຽກງານສິດທິມະນຸດອົງການສະຫະປະຊາຊາດຈະດຳເນີນໂຄງການຮ່ວມມືຕ່າງໆໃນດ້ານການສຶກສາສິດທິມະນຸດ ເພີ່ມທະວີການກໍ່ສ້າງຄວາມສາມາດແລະ ສ້າງປະເທດທີ່ຄຸ້ມຄອງຕາມກົດໝາຍ.
ທ່ານນາງອາໂປ ຕີລາຄາສູງຕໍ່ຄວາມກ້າວໜ້າຂາຈີນໃນຂົງເຂດສິດທິມະນຸດແລະການຮ່ວມມືອັນດີງາມລະຫວ່າງສອງຝ່າຍ, ສະແດງວ່າຫ້ອງການຂ້າຫຼວງຊັ້ນສູງວຽກງານສິດທິມະນຸດອົງການສະຫະປະຊາຊາດຈະອອກແຮງໃນການແລກປ່ຽນແລະຮ່ວມມືກັບຈີນໂດຍທາທີອັນຕັ້ງໜ້າກວ່າເກົ່າແລະມີລັກສະນະສ້າງສັນກວ່າເກົ່າ.
|