ຈີນຈະເພີ່ມນາງພະຍາບານໃຫ້ຫຼາຍຂຶ້ນຕື່ມອີກ
cri
Author: li
ຕາມຂ່າວ CRI: ນັກຂ່າວໄດ້ຊາບຈາກກອງປະຊຸມວຽກງານພະຍາບານທົ່ວປະເທດຈີນປີ 2005 ທີ່ໄຂຂຶ້ນຢູ່ຕ້າລຽນໃນວັນທີ 3 ສິງຫາວ່າ,ຈີນຈະເພີ່ມຈຳນວນນາງພະຍາບານໃຫ້ຫຼາຍຂຶ້ນຕື່ມອີກ.
ຕາມສະຖິຕິ,ປັດຈຸບັນ,ຈີນມີນາງພະຍາບານ 1 ລ້ານ 3 ແສນກວ່າຄົນ,ເວົ້າສຳລັບປະຊາກອນຈີນ 1 ຕື້ກວ່າຄົນແລ້ວ,ຈຳນວນນາງພະຍາບານດັ່ງກ່າວແມ່ນບໍ່ພຽງພໍ. ເພື່ອແກ້ໄຂບັນຫາດັ່ງກ່າວ,ກະຊວງສາທາລະນະສຸກຈີນໄດ້ຕົກລົງເສີມສ້າງຖັນແຖວນາງພະຍາບານຕໍ່ໄປ,ໃນຂະນະທີ່ເພີ່ມຈຳນວນນາງພະຍາບານນັ້ນ ກໍພະຍາຍາມຍົກລະດັບເຕັກນິກແລະຄຸນທາດວິຊາສະເພາະຂອງພະນັກງານພະຍາບານໃຫ້ສູງຂຶ້ນ,ເພື່ອຕອບສະໜອງຄວາມຕ້ອງການແລະຄວາມຄອງຄອຍຂອງປະຊາຊົນ.
|
|