ຕາມຂ່າວCRI ວັນທີ 5 ກໍລະກົດ ຢູ່ເມືອງຄຸນມິງ ທາງພາກຕາເວັນຕົກສຽງໃຕ້ຂອງຈີນ 6 ປະເທດອະນຸພາກພື້ນແມ່ນ້ຳຂອງໄດ້ເຊັນເອກະສານຮ່ວມມື 4 ສະບັບ ເນື້ອໃນກ່ຽວພັນເຖິງຂົງເຂດການຂົນສົ່ງຂ້າມ ແດນ ການຄ້າໄຟຟ້າ ການກໍ່ສ້າງທາງດ່ວນຂໍ້ມູນຂ່າວສານແລະການປ້ອງກັນແລະຄວບຄຸມພະຍາດສັດເປັນຕົ້ນ
ຕາມຊາບວ່າ ເນື້ອໃນຂອງເອກະສານຮ່ວມມືເຫຼົ່ານີ້ກໍຄື:ເຮັດໃຫ້ເຄືອຂ່າຍທາງຫຼວງຂອງອະນຸພາກພື້ນເສີມຂະຫຍາຍປະສິດທິຜົນຫຼາຍທີ່ສຸດ ອຳນວຍຄວາມສະດວກໃຫ້ບຸກຄະລາກອນແລະສິນຄ້າອະນຸພາກພື້ນຈໍລະ ຈອນຢ່າງເສລີ ອຳນວຍຫຼັກເກນທີ່ເປັນເອກະພາບກ່ຽວກັບການປະສານງານເຕັກນິກໃຫ້ແກ່ລະບົບເຄືອຂ່າຍໄຟຟ້າຂອງອະນຸພາກພື້ນແມ່ນ້ຳຂອງແລະແຜນການເອກະພາບກ່ຽວກັບລາຄາສົ່ງໄຟຟ້າຂ້າມແດນ ຍົກຄວາມສາມາດດ້ານຂໍ້ມູນຂ່າວສານລະບົບເຄືອຂ່າຍຂອງບັນດາປະເທດໃຫ້ສູງຂຶ້ນ ຊຸກຍູ້ໃຫ້ບັນດາປະເທດເພີ່ມທະວີການຮ່ວມມືກັນໃນດ້ານຮັບມືກັບພະຍາດສັດຄືໄຂ້ຫວັດສັດປີກເປັນຕົ້ນ
|