ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-06-22 15:09:11    
ມະຫາວິທະຍາ​ໄລ​ຈີນ​ອາ​ເມ​ລິ​ກາ​ຮ່ວມ​ມື​ກັນ​ຈັດ​ການ​ສຳ​ຫລວດ​ສັງຄົມ​ຢູ່​ຈີນ

cri Author: mo
ຕາມ​ຂ່າວສານ​ຊີ​ນຮວາ: ວັນ​ທີ 21 ມິຖຸນາ, ຢູ່​ປັກ​ກິ່ງ ມະຫາວິທະ​ຍາ​ໄລ​ປັກ​ກິ່ງ​ແລະ​ມະຫາວິທະຍາ​ໄລມີ​ຊີ​ແກນອາ​ເມ​ລິ​ກາ​ປະກາດ​​ຮ່ວມ​ກັນ​ຈັດ​​ໂຄງການ​ຄົ້ນຄວ້າ​ສັງຄົມຄຳນວນ, ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ສຳ​ຫລວດ​ສັງຄົມ​ແບບ​ຖອດ​ເອົາ​ຕົວຢ່າງ​ຕໍ່​ຄອບ​ຄົວ​ຈີນ, ​ໃຊ້​ຕົວ​ເລກ​ວິທະຍາສາດ​ມາ​ສ່ອງ​ແສງ​ໃຫ້​ເຫັນ​ຜົນ​ສະທ້ອນ​ແຫ່ງການ​ພັດທະນາ​ເສດຖະກິດ​ທີ່ນຳ​ມາ​ໃຫ້​ສັງຄົມ​ແລະ​ບຸກຄົນ.

ແຕ່​ເດືອນ​ສິງຫາ​ປີໜ້າ​ເປັນຕົ້ນ​ໄປ, ສອງ​ຝ່າຍ​ທີ່​ຮ່ວມ​ມື​ກັນມີ​ແຜນຈະ​ດຳ​ເນີນ​ການ​ສຳຫລວດຖອດ​ເອົາ​ຕົວຢ່າງຕິດຕາມ​ທີ່ບາ​ສອງ​ປີ​ຈັດ​ຂຶ້ນ​ເທື່ອ​ໜຶ່ງ​ຢູ່​ແຂວງ​ເຫີ​ນານ​ແລະ​ແຂວງ​ລຽວນິງທີ່​ມີ​ປະຊາກອນ 150 ລ້ານ​ຄົນ, ​ໃຊ້​ຕົວ​ເລກ​ວິທະຍາສາດ​ມາບັນທຶກ​ສະພາບ​ການ​ດ້ານ​ຕ່າງໆຂອງ 1 ໝື່ນ​​ຄອບຄົວ​ເຊັ່ນດ້ານສັງຄົມ ​ເສດຖະກິດ ການ​ສຶກສາ ​ແລະ​ສຸຂະພາບ​​ເປັນຕົ້ນ, ​ເພື່ອ​ສະໜອງ​ຂໍ້​ມູນ​ເອກະສານ​ໃຫ້ການ​ຄົ້ນຄວ້າ​ວິທະຍາສາດ​ສັງຄົມ.