
ຕາມຂ່າວສານຊິນຮວາ: ວັນທີ 14 ມິຖຸນາ, ທ່ານ ຫວາງອາຍຟູ ພະນັກງານອອກດິນເບັ້ຍບຳນານແຂວງຊານຊີໄດ້ວາງສະແດງຂໍ້ມູນກ່ຽວກັບສົງຄາມຕໍ່ຕ້ານຍີ່ປຸ່ນ.

ນີ້ແມ່ນປຶ້ມຮູບສະບັບພາສາຍີ່ປຸ່ນທີ່ສ່ອງແສງສົງຄາມຍີ່ປຸ່ນຮຸກຮານຈີນເຊິ່ງພິມໂດຍກອງທະຫານຍີ່ປຸ່ນໃນໄລຍະຍີ່ປຸ່ນຮຸກຮານຈີນ. ໃນໄລຍະສົງຄາມຕໍ່ຕ້ານ, ແຂວງຊານຊີແມ່ນໃຈກາງຂອງເຂດທີ່ໝັ້ນຕໍ່ຕ້ານຍີ່ປຸ່ນຢູ່ແນວຫຼັງສັດຕູເຂດຮວາເປ, ແມ່ນທີ່ຕັ້ງຂອງກອງບັນຊາການສູງສຸດຂອງກອງທັບສາຍທີແປດແລະບ່ອນປະຈຳຂອງ3ກອງພົນຕົ້ນຕໍ,ແມ່ນສະໜາມລົບຕົ້ນຕໍທີ່ພັກກອມມູນິດຈີນນຳພາປະຊາຊົນທົ່ວປະເທດຕໍ່ຕ້ານຍີ່ປຸ່ນ. ຂໍ້ມູນບົດຄວາມທີ່ທ່ານ ວາງອາຍຟູເກັບໂຮມນັ້ນມີປຶມ ໃບໂຄສະນາທີ່ພິມຢູ່ເຂດທີ່ໝັ້ນຕໍ່ຕ້ານຍີ່ປຸ່ນເປັນຕົ້ນ, ຍັງມີແຜນທີ່ ປຶ້ມຮູບຂອງກອງທະຫານຍີ່ປຸ່ນແລະຂໍ້ມູນປະຫວັດສາດທີ່ຍີ່ປຸ່ນຮຸກຮານຈີນເປັນຕົ້ນ..
|