ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-20 15:23:10    
ອົງການ​ຊາວ​ໜຸ່ມ​ຈີນ​ເສີມ​ຂະ​ຫຍາຍ​ບົດ​ບາດ​ອັນ​ຕັ້ງ​ໜ້າ​ໃນ​ການ​ຊຸກ​ຍູ້​ການ​ປະ​ກອບ​ອາ​ຊີບ​ຂອງ​ຊາວ​ໜຸ່ມ

cri Author: lm

ຕາມ​ຂ່າວCRI: ນັກ​ຂ່າວ​ໄດ້​ຊາບ​ຈາກ​ເວທີ​ປາ​ໄສ​ສາກົນ​ກ່ຽວ​ກັບ​ບັນຫາ​ການ​ປະ​ກອບ​ອາ​ຊີບ​ຂອງ​ຊາວ​ໜຸ່ມ​ທີ່​ຈັດ​ຂຶ້ນຢູ່​ທີ່​ປັກ​ກິ່ງ​ໃນວັນ​ທີ 20 ພຶດສະພາ​ນີ້​ວ່າ, ​ໃນຫຼາຍປີ​ມາ​ນີ້, ອົງ​ການ​ຊາວ​ໜຸ່ມ​ຈີນ​ໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວ​ຢ່າງ​ເປັນ​ລະບົບ, ​​ແລະໄດ້​ເສີມ​ຂະຫຍາຍ​ບົດ​ບາດ​ອັນ​ຕັ້ງໜ້າ​ໃນ​ການ​ຊ່ອຍ​ເຫຼືອຊາວ​ໜຸ່ມ​ປະກອບ​ອາຊີບ.

ຂໍ​ຍົກ​​ເອົາ​ການ​ເຄື່ອນ​ໄຫວ​ສ້າງ​ພາລະກິດ​ຂອງ​ຊາວ​ໜຸ່ມ​ຈີນ​ມາ​ເປັນຕົວຢ່າງ, ຕາມ​ສະຖິຕິ, ​​ແຕ່​ໂຄງການ​ດັ່ງກ່າວ​ໄດ້​ດຳ​ເນີນ​​ເປັນ​ເວລາ 6 ປີ​ກວ່າມາ​ນີ້, ​ໄດ້​ອົບຮົມ​ວິຊາ​ເຕັກນິກ​ໃນ​ການ​ສ້າງ​ພາລະກິດ​​ໃຫ້ຊາວ​ໜຸ່ມປະມານ 4 ​ແສນຄົນ, ​ໄດ້​ອົບຮົມ​ແລະ​ອຸດ​ໜູນ​ຊາວ​ໜຸ່ມ​ຜູ່ສ້າງ​ພາລະກິດ​ປະມານ 9 ໝື່ນ​ຄົນ, ພວກ​ເຂົາ​ເຈົ້າບໍ່ພຽງ​ແຕ່​ໄດ້​ມີ​ວຽກ​ເຮັດ​ງານ​ທຳ, ຍັງ​ໄດ້​ຈັດ​ວາງ​​ໂດຍ​ກົງໃຫ້ຜູ່​ຕົກ​ການ 1 ລ້ານ 1 ​ແສນ​ກວ່າ​ຄົນປະກອບ​ອາຊີ​ບຄືນ​ໃໝ່.