ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-16 17:06:32    
ວຽກ​ງານ​ກະ​ກຽມ​ທຸກ​ລາຍ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ດຳ​ເນີນ​ຢ່າງ​ສະ​ດວກ

cri Author: da
ຕາມ​ຂ່າວ​CRI: ວັນ​ທີ 16 ພຶດ​ສະພາ ​ໃນ​ກອງ​ປະຊຸມ​​ໂຕະ​ມົນ​ຂອງ​ກອງ​ປະຊຸມ​ເວທີ​ປ​າ​ໄສ​ທົ່ວ​ໂລກ​ຟໍທູນ,​ທ່ານ​ລິວ​ຈີງ​ມິນ ຮອງ​ປະທານ​ຄະນະ​ກຳມະ​ການ​ຈັດ​ຕັ້ງ​ງານ​ກິລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ;​ຮອງ​ເຈົ້າ​ຄອງ​​ນະ​ຄອນ​ປັກ​ກິ່ງ​ເວົ້າ​ວ່າ,​ປະຈຸ​ບັນ ວຽກ​ງານ​ກະ​ກຽມ​ທຸກ​ລາຍ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​​ໄດ້ດຳ​ເນີນ​ຢ່າງ​ສະ​ດວກ.

ທ່ານ​ລີວ​ຈີງ​ມິນ​ເວົ້າ​ວ່າ,​ປະຈຸ​ບັນ ໝູ່ຄູ່​ຮ່ວມ​ມື​ໃນ​ທົ່ວ​ໂລກ​ຂອງ​ຄະນະ​ກຳ​ມະ​ການ​ໂອ​ລິ​ມປິກ​ສາກົນ​ທີ່​ອຸປະ​ຖຳ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ມີ​ເຖິງ 11 ​ແຫ່ງ,​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ຈະ​ໄດ້​ມີ​ການ​ຮັບ​ປະກັນ​ທາງ​ເງິນ​ທຶນ​ທີ່​ເຕັມ​ສ່ວນ;​ວຽກ​ງານ​ການ​ກໍ່​ສ້າງ​ສະ​ໜາມ​ກິລາ​​ໂອ​ລິ​ມປິກ​ກໍ​ດຳ​ເນີນ​ຢ່າງ​ສະ​ດວກ,​ສະ​ໜາມ​ກິລາ​​​​ໃໝ່​ທຸກ​ແຫ່ງຈະ​ເລີ່ມ​ສ້າງ​ພາຍ​ໃນ​ປີ​ນີ້.