ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-05-13 14:50:18    
ຈີນ​ເລີ່ມ​ວຽກ​ງານ​ສຳ​ຫລວດ​ປະ​ຊາ​ກອນ​ຖອດ​ເອົາ​ຕົວ​ຢ່າງ 1%

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ປະ​ຈຸ​ບັນ, ຈີນ​ໄດ້​ທຳ​ການ​ກະ​ກຽມ​ເພື່ອ​ດຳ​ເນີ​ວຽກ​ງານ​ສຳ​ຫລວດ​ປະ​ຊາ​ກອນ​ຖອດ​ເອົາ​ຕົວ​ຢ່າງ 1% ທີ່​ຈະ​ດຳ​ເນີນ​ໃນ​ປີ​ນີ້, ວຽກ​ງານ​ສຳ​ຫລວດ​ລະ​ອຽດ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 1 ພະ​ຈິກ.

ວັນ​ທີ 12 ພຶດ​ສະ​ພາ ຄະ​ນະ​ລັດ​ຖະ​ບານ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ເພື່ອ​ຄົ້ນຄວ້າ​ຈັດ​ວາງ​ວຽກ​ງານ​ທີ່​ກ່ຽວ​ຂ້ອງ.​ໃນ​ກອງ​ປະ​ຊຸມ, ທ່ານ​ເຈິ່ງ​ໄຜ​ນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ຊີ້​ອອກ​ວ່າ, ຫນ້າ​ທີ່​ສຳ​ຫລວດ​​ເທື່ອ​ນີ້​ແມ່ນ​ເພື່ອ​ກຳ​ສະ​ພາບ​ການ​ພື້ນ​ຖານ​ກ່ຽວ​ກັບ​ຈຳນວນ​ປະ​ຊາ​ກອນ, ຊອກ​ຮູ້​ສະ​ພາບ​ການ​ຄຸນ​ນະ​ທາດ​ຂອງ​ປະ​ຊາ​ກອນ, ​ເຮັດ​ວຽກ​ງານ​ສຳ​ຫລວດ​ແຮງ​ງານ​ໃຫ້​ດີ.

ຕາມ​ແນະ​ນຳ​ວ່າ, ການ​ສຳ​ຫລວດ​ເທື່ອ​ນີ້​ຈະ​ດຳ​ເນີນ​ໃນ​ເຂດ​ສຳ​ຫລວດ 6 ຫມື່ນ​ກວ່າ​ເຂດ​​ໃນ​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ, ​ເຊິ່ງ​ຽວ​ພັນ​ເຖິງ​ປະ​ຊາ​ກອນ 13 ລ້ານ​ກວ່າ​ຄົນ.