|
 |
(GMT+08:00)
2005-05-11 11:13:17
|
 |
ເວທີປາໄສປັກກິ່ງກ່ຽວກັບຜູ້ໄດ້ລາງວັນໂນແບນປີ 2005ຈະຈັດຂຶ້ນຢູ່ປັກກິ່ງໃນທ້າຍເດືອນນີ້
cri
Author: MO
ຕາມຂ່າວCRI:ໃນງານຖະແຫລງຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 10 ພຶດສະພາ, ທ່ານຈາງມາວ ຮອງເຈົ້າຄອງນະຄອນປັກກິ່ງເຜີຍໃຫ້ຮູ້ວ່າ, ເວທີປາໄສປັກກິ່ງກ່ຽວກັບຜູ້ໄດ້ລາງວັນໂນແບນປີ 2005ຈະຈັດຂຶ້ນຢູ່ປັກກິ່ງແຕ່ວັນທີ 30 ພຶດສະພາຮອດວັນທີ 1 ມິຖຸນາ.
ຕາມການສະເໜີ, ເວທີປາໄສດັ່ງກ່າວມີຫົວຂໍ້ວ່າ"ຄວາມປອງດອງກັນແລະການພັດທະນາຂອງມວນມະນຸດ". ເວທີປາໄສດັ່ງກ່າວຈະເຊື້ອເຊີນຜູ້ໄດ້ລາງວັນໂນແບນສາຂາເສດຖະກິດ 8 ທ່ານເຊິ່ງລວມທັງທ່ານໂລເບີດ ມູນເດວ ສາສະດາຈານເສດຖະສາດການເມືອງຂອງມະຫາວິທະຍາໄລແຄມບຼິດອັງກິດເປັນຕົ້ນ, ພ້ອມດ້ວຍນັກເສດຖະສາດທີ່ມີຊື່ສຽງຂອງໂລກ 5 ທ່ານ, ນັກເສດຖະສາດເຫຼົ່ານີ້ຈະກ່າວປາຖະກະຖາດ້ານວິຊາການກ່ຽວກັບຫົວຂໍ້ຕ່າງໆຄື"ການຄາດຄະເນເສດຖະກິດກັບງານກິລາໂອລິມປິກປັກກິ່ງ".
ບັນດານັກເສດຖະສາດຍັງຈະຈັດງານສົນທະນາກັບເຈົ້າໜ້າທີ່ອົງການປົກຄອງປັກກິ່ງແລະນັກປາດທີ່ກ່ຽວຂ້ອງກ່ຽວກັບບັນຫາຕ່າງໆເຊັ່ນເສດຖະກິດງານໂອລິມປິກ, ການສຶກສາກັບການພັດທະນາເສດຖະກິດ, ຄົນກັບທຶນຮອນເປັນຕົ້ນ.
|
|
|