|
 |
(GMT+08:00)
2005-05-10 20:15:58
|
ຝ່າຍຈີນຄັດຄ້ານເອົາບັນຫາສະຫະພາບເອີລົບຍົກເລີກຄຳສັ່ງຫ້າມຂາຍອາວຸດໃຫ້ຈີນພົວພັນກັບບັນຫາສິດທິມະນຸດ
cri
Author: li
ຕາມຂ່າວ CRI: ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນຢູ່ປັກກິ່ງໃນວັນທີ 10 ພຶດສະພາ ທ່ານລິວຈຽນຊາວ ໂຄສົກກະຊວງການຕ່າງປະເທດຈີນກ່າວລື້ມວ່າ,ຝ່າຍຈີນເດັດດ່ຽວຄັດຄ້ານເອົາເລື່ອງສະຫະພາບເອີລົບຍົກເລີກຄຳສັ່ງຫ້າມຂາຍອາວຸດໃຫ້ຈີນໄປພົວພັນກັບບັນຫາສິດທິມະນຸດ.
ທ່ານລິວຈຽນຊາວເວົ້າວ່າ,ຈີນຮຽກຮ້ອງໃຫ້ສະຫະພາບເອີລົບຍົກເລີກຄຳສັ່ງຫ້າມຂາຍອາວຸດໃຫ້ຈີນໂດຍໄວ,ນີ້ຈະມີຜົນດີຕໍ່ການຂະຫຍາຍການພົວພັນຈີນເອີລົບຕື່ມອີກ. ພ້ອມກັນນັ້ນ ທ່ານກ່າວລື້ມວ່າ,ໃນຫຼາຍປີມານີ້ ພາລະກິດສິດທິມະນຸດຂອງຈີນໄດ້ມີຄວາມກ້າວໜ້າທີ່ປະຈັກຕາຊາວໂລກ,ຝ່າຍຈີນຈະສືບຕໍ່ທຳຄວາມພະຍາຍາມເພື່ອປົວແປງສະພາບສິດທິມະນຸດໃຫ້ດີຂຶ້ນ.
|
|
|