ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-30 15:58:31    
ທ່ານ​ຫູ​ຈິນທາວ​ກ່າວ​ວ່າ ຈີນ​ຈະ​ປົກ​ປ້ອງ​ສິດທິ​ແລະຜົນ​ປະ​ໂຫຍ​ດທຸກ​ລາຍ​ຂອງ​ຜູ່​ອອກ​ແຮງ​ງານ​ຈີນ​ຢ່າງ​ຕິດ​ແທດຕົວ​ຈິ​ງ​ແລະ​ຮອບ​ດ້ານ​ຕື່ມ​ອີກ

cri

ຕາມ​ຂ່າວCRI   ວັນ​ທີ 30 ​ເມສາ  ​ໃນ​ກອງ​ປະຊຸມ​ຍ້ອງຍໍ​ສັນລະ​ເສີນຜູ່ອອກ​ແຮງ​ງານ​ແບບຢ່າງ​ແລະ​ຜູ່​ປະຕິບັດງານ​ກ້າວ​​ຫນ້າ​ລະດັບ​ຊາດ​ຈີນທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ   ທ່ານ​ຫູ​ຈິນທາວ ​ເລຂາທິການ​ໃຫຍ່​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະທານ​ປະ​ເທດ​ຈີນ​ກ່າວ​ວ່າ ຈີນ​ຈະປ້ອງ​ກັນສິດທິ​ແລະ​ຜົນ​ປະ​ໂຫຍ​ດທຸກ​ລາຍ​ຂອງ​ຜູ່ອອກ​ແຮງ​ງານ​ອັນ​ໄພສານ​ຢ່າງ​ຕິດ​ແທດ​ຕົວ​ຈິ​ງ​ແລະ​ຮອບ​ດ້ານຕື່ມ​ອີກ


ທ່ານ​ຫູ​ຈິນທາວກ່າວ​ວ່າ ຈີນ​ຕ້ອງ​ຮັບປະກັນ​ໃຫ້​ຜູ່​ອອກແຮ​ງານ​ອັນ​ໄພສານ​ປະຕິບັດ​ສິດ​​ເປັນ​ເຈົ້າບ້ານ ຄອງ​ເມືອງ​ຕາມ​ກົດຫມາຍ​ຢ່າງ​ຕິດ​ແທດ​ຕົວ​ຈິງ  ທ່ານ​​ເຕືອນ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ​ສ້າງ​ແລະ​ບູລະນະກົນ​ໄກ​ປະສານ​ງານ​ການ​ພົວ ພັນອອກ​ແຮງ​ງານ​ໃຫ້​ສົມບູນ​ຂຶ້ນຕື່ມ​ອີກ  ບູລະນະ​ກົນ​ໄກ​ປົກປ້ອງ​ການອອກແຮງ​ງານ​ໃຫ້​ສົມບູນ​ຂຶ້ນ ປົກ​ຮັກຮັກສາ​ແລະ​​ເຮັດ​ໃຫ້​ການພົວພັນອອກ​ແຮງ​ງານກົມກຽວ​ກັນ​ຢ່າງ​ຕິດ​ແທດ​ຕົວ​ຈິງ  ຕ້ອງ​ຜ່ານ​ການ​ສ້າງ​ແລະ​ບູລະນະລະບົບປະກັນສັງຄົມ  ຮັບປະກັນ​ຊີວິດ​ການ​ເປັນ​ຢູ່​ພື້ນຖານ​ຂອງ​ມວນ​ຊົນ​ທີ່​ມີ​ຄວາມ​ຫຍຸ້ງຍາກ


ທ່ານ​ຫູ​ຈິນທາວ​ຍັງ​ຮຽກຮ້ອງ​ໃຫ້​ອົງການກຳມະບານ​ທຸກ​ຂັ້ນ​ປະຕິບັດພາລະ​ບົດບາດ​ທຸກ​ລາຍ​ຢ່າງຮອບດ້ານ  ​ເສີມຂະຫຍາຍບົດບາດ​ສຳຄັນ​ໃນ​ການ​ປົກ​ປ້ອງ​ສິດທິ​​ແລະ​ຜົນ​ປະ​ໂຫຍ​ດທີ່ຊອບ​ກົດຫມາຍ​ຂອງ​ພະນັກ ງານ​ກຳມະກອນ​ຢ່າງ​ເຕັມ​ສ່ວນ    ພ້ອມ​ກັນນັ້ນ ຕ້ອງ​ເພີ່ມ​ທະວີ​ການ​ໄປມາຫາສູ່ກັນ​ດ້ວຍ​ໄມ​ຕີ​ຈິດ​ກັບຊົນ​ຊັ້ນ​ກຳມະກອນແລະ​ມວນ​ຊົນຜູ່ອອກ​ແຮງງານຂອງ​ບັນດາ​ປະ​ເທດ​ໃນ​ໂລກ


ໃນ​ກອງ​ປະຊຸມ​ຍ້ອງຍໍສັນລະ​ເສີນ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 30 ​ເມສາ  ຜູ່​ອອກແຮງ​ງານ​ຜູ່​ດີ​ເດັ່ນ​ຂອງຈີນ​ເກືອບ 3000 ຄົນ​ໄດ້​ຮັບລາງວັນ​ເປັນ​ຜູ່​ອອກແຮງ​ງານ​​ແບບຢ່າງແລະ​ຜູ່​ປະຕິບັດ​ງານ​ກ້າວຫນ້າ​ລະດັບ​ຊາດ ນີ້ແມ່ລາງວັນສູງ​ສຸດ​ຂອງລັດຖະບານ​ຈີນທີ່​​ເບີກໃຫ້​ຜູ່​ອອກແຮງ​ງານ​ແບບຢ່າງ