ຕາມຂ່າວສານຊິນຮວາ ບັນດາຜູ່ຊ່ຽວຊານດ້ານຂໍ້ມູນຂ່າວສານກິລາຂອງໂລກຈະເຕົ້າໂຮມກັນຢູ່ປັກກິ່ງ ນະຄອນຫຼວງຂອງຈີນໃນເດືອນຫນ້າເພື່ອເຂົ້າຮ່ວມກອງປະຊຸມວິທະຍາສາດຂໍ້ມູນຂ່າວສານກິລາໂລກ ຄົ້ນຄວ້າງານກິລາໂອລິມປິກທີ່ຈະຈັດຂຶ້ນຢູ່ປັກກິ່ງໃນປີ 2008
ກອງປະຊຸມຂໍ້ມູນຂ່າວສານກິລາໂລກຈັດຂຶ້ນໂດຍສະຫະພັນຂໍ້ມູນຂ່າວສານກິລາສາກົນ 4 ປີໃດຈັດຂຶ້ນເທື່ອຫນຶ່ງ ກອງປະຊຸມທີ່ຈະຈັດຂຶ້ນຢູ່ປັກກິ່ງແຕ່ວັນທີ 18 ຫາວັນທີ 22 ພຶດສະພາແມ່ນກອງປະຊຸມຄັ້ງທີ 12
ຕາມແນະນຳວ່າ ຜູ່ຊ່ຽວຊານທີ່ຮ່ວມປະຊຸມຈະສຳມະນາໂດຍຫມູນອ້ອມງານກິລາໂອລິມປິກ ເພື່ອສະຫນອງຂໍ້ມູນຂ່າວສານທີ່ມີປະໂຫຍດແລະການສະຫນັບ ສະຫນູນດ້ານວິທະຍາສາດເຕັກນິກໃຫເງານກິລາໂອລິມປິກປັກກິ່ງ
|