ຕາມຂ່າວສານຊິນຮວາ ສະຖິຕິໃຫມ່ສຸດທີ່ກະຊວງອຸດສາຫະກຳຂໍ້ມູນຂ່າວ ສານຈີນປະກາດໃນວັນທີ 26 ເມສາສະແດງໃຫ້ເຫັນວ່າ ນັບມາຮອດທ້າຍເດືອນເມສາ ຜູ່ໃຊ້ໂທລະສັບຢູ່ຈີນໄດ້ລື່ນກາຍ 670 ລ້ານເລກຫມາຍແລ້ວ ໃນນັ້ນຈຳນວນຜູ່ໃຊ້ມືຖືຫຼາຍ ກວ່າຜູ່ໃຊ້ໂທລະສັບຕັ້ງໂຕະເລັກຫນ້ອຍ
ສະຖິຕິສະແດງໃຫ້ເຫັນວ່າ ໃນ 3 ເດືອນຕົ້ນປີນີ້ ຄວາມໄວເພີ່ມຂຶ້ນຂອງລາຍຮັບດ້ານໂທລະຄົມຂອງຈີນໄດ້ເພີ່ມຂຶ້ນຊ້າລົງໃນລະດັບໃດຫນຶ່ງ ບຸກຄົນທີ່ກ່ຽວຂ້ອງຊີ້ອອກວ່າ ນີ້ສະແດງໃຫ້ເຫັນວ່າຕະຫຼາດໂທລະຄົມຂອງຈີນໄດ້ຄ່ອຍໆ ອີ່ມຕົວແຕ່ເຂົ້າປີ 2005 ມານີ້
|