ຕາມຂ່າວCRI ວັນທີ 12 ເມສາ ທ່ານໂຈສິວສວນ ຜູ່ວ່າການທະນາຄານປະຊາຊົນຈີນເຊິ່ງເປັນທະນາຄານກາງຈີນໄດ້ຊີ້ອອກວ່າ ປັດຈຸບັນ ຈີນໄດ້ຮັບການບຸກທະລຸໃຫມ່ໃນດ້ານເພີ່ມທະວີວຽກງານຕ້ານການຟອກເງິນ
ທ່ານໂຈສິວສວນແມ່ນກ່າວຄວາມນີ້ໃນເວລາເຂົ້າຮ່ວມກອງປະຊຸມຄົບຄະນະຂອງຫນ່ວຍງານຕ້ານການຟອກເງິນແລະຕ້ານການລະດົມທຶນເພື່ອກໍ່ການຮ້າຍເອີລົບອາຊີຈັດຂຶ້ນຢູ່ຊຽງໄຮ້ໃນມື້ດຽວກັນ,ທ່ານກ່າວວ່າ ປັດຈຸບັນ ຈີນໄດ້ສ້າງຕັ້ງລະບອບກອງປະຊຸມປະສົມບັນດາກະຊວງຕ້ານການຟອກເງິນແລະລະບອບປະສານງານຕິດຕາມຄຸ້ມຄອງການຕ້ານການຟອກເງິນຂອງຂະແຫນງການຕິດຕາມຄຸ້ມຄອງການ ທະນາຄານ ຂ້ຽວເລັ່ງຂະບວນວິວັດຮ່າງກົດຫມາຍຕ້ານການຟອກເງິນ,ຕັ້ງສູນຕິດຕາມແລະວິເຄາະຕ້ານການຟອກເງິນຂອງຈີນ,ຂະແຫນງການປ້ອງກັນຄວາມສະຫງົບຍັງໄດ້ເພີ່ມຄວາມແຮງໃນການສຳຫຼວດການຊື້ຂາຍທຶນທີ່ຖືກສົງໄສແລະໂຈມຕີຮ້ານຊື້ຂາຍເງິນມືດ ນອກນີ້ ຈີນຍັງໄດ້ເພີ່ມຄວາມແຮງໃນການຮ່ວມມືຕ້ານການຟອກເງິນກັບປະເທດອື່ນແລະອົງການສາກົນ
|