
ຜູ້ແທນສະມາພັນການບິນນານກິ່ງວາງພວງພາລາໃສ່ອະນຸສາວະລີ ຜູ້ເສຍສະຫຼະການບິນໃນສົງຄາມຕໍ່ຕ້ານຍີ່ປຸ່ນ
ຕາມຂ່າວສານຊິນຮວາ,ຫວ່າງມໍ່ໆນີ້,ຜູ້ແທນວົງການຕ່າງໆຂອງຈີນໄດ້ຈັດພິທີຢູ່ນານກິ່ງ ເມືອງພາກຕາເວັນອອກຂອງຈີນ,ໄວ້ອາໄລເຖິງດວງວິນຍານພີ່ນ້ອງຮ່ວມຊາດທີ່ປະສົບເຄາະຮ້າຍໃນເຫດການສັງຫານໂຫດທີ່ນານກິ່ງ,ໄວ້ອາໄລເຖິງດວງວິນຍານຂອງຜູ້ເສຍສະຫະໃນການສູ້ລົບ ປ້ອງກັນນະຄອນນານກິ່ງໃນຄາວກ່ອນ.

ນັກຮຽນມັດຖະຍົມເຂົ້າຮ່ວມການເຄື່ອນໄຫວໄວ້ອາໄລເຖິງດວງວິນຍານ ຜູ້ເສຍສະຫຼະການບິນໃນສົງຄາມຕ້ານຍີ່ປຸ່ນ
ຕົ້ນເດືອນທັນວາປີ1937,ກອງທະຫານຍີ່ປຸ່ນໄດ້ຮຸກຮານນານກິ່ງ.ກອງທະຫານຈີນທີ່ເຝົ້າຮັກສາຢູ່ນານກິ່ງໄດ້ສູ້ລົບກັບກອງທະຫານຍີ່ປຸ່ນຢ່າງດຸເດືອດ,ນາຍແລະພົນທະຫານຈີນ2ໝື່ນກວ່າຄົນເສຍສະຫຼະເພື່ອປະເທດຊາດຢ່າງອົງອາດກ້າຫານ.ວັນທີ13ທັນວາ,ກອງທະຫານຍີ່ປຸ່ນຍຶດເອົານານກິ່ງ,ເຂັ່ນຂ້າຄົນຈີນ3ແສນຄົນໃນເມືອງນານກິ່ງຢ່າງໂຫດຮ້າຍປ່າເຖື່ອນ,ເຫດການສັງຫານໂຫດທີ່ນານກິ່ງໄດ້ກາຍເປັນຄະດີໂສກນາດຕະກຳ ໃຫຍ່ໃນສົງຄາມໂລກຄັ້ງທີສອງ.

ນັກຮຽນມັດຖະຍົມເຂົ້າຮ່ວມການເຄື່ອນໄຫວໄວ້ອາໄລເຖິງດວງວິນຍານ ຜູ້ເສຍສະຫຼະການບິນໃນສົງຄາມຕ້ານຍີ່ປຸ່ນ
|