ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-04-05 16:56:09    
ງານ​ວາງສະ​ແດງ​ກ່ຽວ​ກັບ​ໄທ​ເມືອງ​ດັ້ງ​ເດີມ​ຂອງ​ອົສ​ຕຼາ​ລີ​ໄດ້​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ

cri Author: q

ຕາມ​ຂ່າວCRI,ວັນ​ທີ5​ເມສາ,ງານ​ວາງສະ​ແດງ​ຂອງ​ອົສຕຼາລີ​ທີ່​ພາດ​ຫົວ​ເລື່ອງ​ວ່າ,​ບ້ານ​ເກີດ​ພວກ​ເຮົາ:​ໄທ​ເມືອງ​ດັ້ງ​ເດີມ​ຂອງ​ອົສຕຼາລີ​ໃນ​ຊູ່​ມື້​ນີ້,​ໄດ້​​ເປີດ​ສາກ​ຢູ່​ຫໍພິພິດທະ​ພັນ​ແຫ່ງ​ຊາດ​ຈີນ.

ງານ​ວາ​ງະ​ແດງ​ເທື່ອ​ນີ້​ໄດ້​ວາງສະ​ແດງ​ຮູບ​ແຕ້ມ,ຜ້າ​​ໄໝ,​ຮູບ​ແກະ​ສະ​ຫຼັກ,​ຮູບ​ປັ້ນ,​ເຄື່ອງ​ດິນ​​ເຜົາ,​ເຄື່ອງ​ເອ້ຍ້ອງ,​ເຄື່ອງ​ຖັກ​ແສ່ວ​ເປັນ​ຕົ້ນ​ລວມ260​ເຄື່ອງ,ພ້ອມ​ດ້ວຍ​ການສະ​ແດງ​ຟ້ອນ​ລຳ​ທຳ​ເພັງ​ຂອງ​ໄທ​ເມືອງ​ດັ້ງ​​ເດີມ,​ເຊິ່ງ​ໄດ້​ສະ​ແດງ​ຢ່າງຮອບດ້ານ​​ໃຫ້ເຫັນ ປະ​ຫວັດ,​ວັດ​ທະ​ນະ​ທຳ​ບູຮານ​ພິ​ເສດ​ໃນ4​ໝື່ນ​ກວ່າ​ປີ​ພ້ອມ​ດ້ວຍ​ຊີວິດ​ການ​​ເປັນ​ຢູ່​ປັດຈຸບັນ​ທີ່​ເຕັມ​ໄປ​ດ້ວຍບັນຍາ​ກາດ​ທັນ​ສະ​ໄໝ ຂອງ​ໄທ​ເມືອງ​ດັ້ງ​ເດີມ​ຂອງ​ອົສຕຼາລີ​.

ວັນ​ທີ4​ເມສາ,ນັກ​ສິນ​ລະປິນ​ອົສຕຼາລີ​ສະ​ແດງລາຍ​ການຟ້ອນ​ຊົນ​ເຜົ່າປະ​ເທດ​ຕົນ​ໃນ​ສະ​ຖານ​ທີ່​ງານ​ຖະ​ແຫຼ​ງຂ່າວ.

ນັກ​ສິນ​ລະປິນ​ອົສຕຼາລີ​ສະ​ເໜີ​ສະພາບ​ການວາງສະ​ແດງ​ໃນ​ງານ​ຖະ​ແຫຼ​ງຂ່າວ.