ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2005-03-07 12:59:48    
ສະໜາມ​ກາງ​ແຈ້ງ​ແລະ​ມີ​ຫົ່ມ 36 ​ແຫ່ງ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ໄດ້​ມີ 7 ​ແຫ່ງ​ເລີ່ມ​ລົງ​ມື​ກໍ່​ສ້າງ​ແລ້ວ

cri Author: li
ຕາມ​ໜັງສືພິມ​ເຢິນມິນ​ຢຶປາວ: ໜັງສືພິມ​ດັ່ງກ່າວ​ສະບັບ​ວັນ​ທີ 7 ມີນາ​ໄດ້​ນຳເອົາ​ຄວາມ​ເວົ້າຂອງ​ທ່ານ​ຈຽງ​ຊຽວຢູ ຮອງ​ປະທານ​ບໍລິຫານ​ງານ​ຂອງ​ຄະ​ນະ​ກຳມະການ​ຈັດຕັ້ງງານ​ໂອ​ລິມປິກ​ປັກ​ກິ່ງ​ມາ​ແຈ້ງວ່າ,ປັດຈຸບັນ ປັກ​ກິ່ງ​ໄດ້​ເລີ່​ມລົງມື​ກໍ່ສ້າງ​ສະໜາມ​ກາງ​ແຈ້ງ​ແລະ​ມີ​ຫົ່ມ​ພ້ອມ​ສິ່ງ​ກໍ່ສ້າງ​ທີ່​ກ່ຽວ​ຂ້ອງ​ຢ່າງ​ຮອບດ້ານ,​ໃນ​ຈຳນວນ 36 ​ແຫ່ງ,​ໄດ້ມີ 7 ​ແຫ່ງ​​ເລີ່ມ​ລົງມື​ກໍ່ສ້າງ​ແລ້ວ.

ຕາມ​ແນະນຳ​ວ່າ,​​ງານ​ກິລາ​ໂອ​ລິ​ມປັກ​ກິ່ງ​ຕ້ອງການ​ສະໜາມ​ກິລາ​ກາງ​ແຈ້ງ​ແລະ​ມີ​ຫົ່ມ​ລວມ 36 ​ແຫ່ງ,​ໃນ​ນັ້ນ 31 ​ແຫ່ງ​ຢູ່​ປັກ​ກິ່ງ,ອີກ 5 ​ແຫ່ງ​ຢູ່​ເມືອງ​ອື່ນ, ສະໜາມ​ແຂ່ງ​ຂັນບານ​ເຕະ​ແຫ່ງ​ໜຶ່ງທີ່​ຕັ້ງຢູ່​ຊິນ​ຮວງ​ຕາວ ​ເມືອງ​ແຄມ​ທະ​ເລ​ພາກ​ຕາ​ເວັນ​ອອກ​​ໄດ້​ສ້າງ​ສຳ​ເລັດ​ໃນ​ປີ​ກາຍ​ນີ້.