ຕາມຂ່າວcriວັນທີ 3 ມີນາ ໃນງານຊຸມນຸມນັກຂ່າວທີ່ກະຊວງການຕ່າງປະເທດຈີນຈັດຂຶ້ນເປັນປະຈຳຢູ່ທີ່ປັກກິ່ງ,ນັກຂ່າວໄດ້ຊາບວ່າ ປະຈຸບັນ ທ່ານອູຕ້າເວ ຮອງລັດຖະມົນຕີການຕ່າງປະເທດຈີນພວມຢ້ຽມຢາມສ.ເກົາຫຼີແລະພົບປະເຈົ້າຫນ້າທີ່ສ.ເກົາຫຼີຄືທ່ານບານກີມູນ ລັດຖະມົນຕີກະຊວງການຕ່າງປະເທດແລະການຄ້າສ.ເກົາຫຼີແລະທ່ານອື່ນໆ ສອງຝ່າຍເຫັນວ່າ ການຈັດການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີຮອບຫນ້າໂດຍໄວແມ່ນສຳຄັນທີ່ສຸດ
ນອກນີ້,ທ່ານອູຕ້າເວຍັງດ້ແລກປ່ຽນຄວາມເຫັນກ່ຽວກັບບັນຫາທີ່ກ່ຽວຂ້ອງກັບທ່ານຄຼິສທອບເຟີ ຮິນ ຫົວຫນ້າຄະນະຝ່າຍອາເມລິກາທີ່ເຂົ້າຮ່ວມການເຈລະຈາ 6 ຝ່າຍສອງຝ່າຍເຫັນວ່າ ການເຈລະຈາ 6 ຝ່າຍແມ່ນຊ່ອງທາງອັນບັງເກີດຜົນທີ່ໃຫ້ແຫຼມເກົາຫຼີປອດນິວເຄຼຍ ຫວັງໃຫ້ຈັດການເຈລະຈາຄືນໃຫມ່ໂດຍໄວ
|