ຕາມຂ່າວcri ວັນທີ 1 ມີນາ ໃນງານຊຸມນຸມນັກຂ່າວທີ່ຈັດຂຶ້ນເປັນປະຈຳຢູ່ທີ່ປັກກິ່ງ ທ່ານລິວຈ້ຽນຊາວ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຝ່າຍຈີນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງສະແດງຄວາມຈິງໃຈແລະຄວາມ ຄ່ອງແຄ້ວແທ້ຈິງ,ຊຸກຍູ້ໃຫ້ຟື້ນຟູການເຈລະຈາ 6 ຝ່າຍກ່ຽວກັບບັນຫານິວເຄຼຍແຫຼມເກົາຫຼີໂດຍໄວ
ຕາມທ່ານລິວຈ້ຽນຊາວສະເຫນີວ່າ, ຫວ່າງມໍ່ໆນີ້ ໃນເວລາທ່ານກິມເຈີງອິນ ຜູ່ນຳສູງສຸດສ.ປ.ປເກົາຫຼີພົບປະທ່ານວາງເຈ່ຍຢຸ້ຍ ຫົວຫນ້າຄະນະພົວພັນກັບຕ່າງປະເທດຂອງສູນກາງພັກກອມມູນິດຈີນທີ່ໄປຢ້ຽມຢາມນັ້ນ, ທ່ານກິມເຈິງອິນໄດ້ບັນລະຍາຍຫຼັກຫມັ້ນ 4 ຂໍ້ຂອງຝ່າຍສ.ປ.ປເກົາຫຼີໃນບັນຫານິວເຄຼຍແຫຼມເກົາຫຼີຄື:ຫນຶ່ງແມ່ນຝ່າຍສ.ປ.ປເກົາຫຼີຍຶດຫມັ້ນໃຫ້ແຫຼມເກົາຫຼີປອດນິວເຄຼຍ ຍຶດຫມັ້ນຜ່ານຈາກການສົນທະນາກັນແກ້ໄຂບັນຫານິວເຄຼຍດ້ວຍສັນຕິວິທີ:ສອງແມ່ນຝ່າຍສ.ປ.ປເກົາຫຼີບໍ່ເຄີຍຄັດຄ້ານການເຈລະຈາ 6 ຝ່າຍຈັກເທື່ອ,ແລະບໍ່ໄດ້ວ່າຈະຖອນຕົວອອກຈາກການເຈລະຈາ 6 ຝ່າຍ ສາມ ຖ້າບັນດາຝ່າຍທີ່ກ່ຽວຂ້ອງທຳຄວາມພະຍາຍາມການເຈລະຈາ 6 ຝ່າຍຮອບສີ່ມີເງື່ອນໄຂພຽບພ້ອມ ແລ້ວ,ຝ່າຍສ.ປ.ປເກົາຫຼີກໍີກຽມກັບຄືນສູ່ໂຕະເຈລະຈາຢູ່ທຸກເວລາ,ສີ່ແມ່ນຫວັງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຂອງການເຈລະຈາ 6 ຝ່າຍສະແດງຄວາມຈິງໃຈ
ທ່ານລິວຈ້ຽນຊາວກ່າວລຶ້ມວ່າ ບັນຫານິວເຄຼຍຂອງແຫຼມເກົາຫຼີມີແຕ່ແກ້ໄຂຢູ່ໃນຂອບຂອງການເຈລະຈາ 6 ຝ່າຍຈຶ່ງຈະໄດ້,ຈຸດປະສົງກົກຮາກຂອງການເຈລະຈາກໍ່ແມ່ນເພື່ອເຮັດໃຫ້ແຫຼມເກົາຫຼີປອດນິວເຄຼຍ ເຮັດໃຫ້ແຫຼມເກົາຫຼີມີສັນຕິພາບແລະສະຖຽນລະພາບຍາວນານ
|