ມູນຄ່າການຄ້າລະຫວ່າງເຂດກວາງຊີກັບອາຊຽນລື່ນກາຍ 1 ຕື້ໂດລາສະຫະລັດເປັນຄັ້ງທຳອິດ
cri
Author: li
ຕາມຂ່າວເຂດກວາງຊີ: ຄຽງຄູ່ກັບການກໍ່ສ້າງເຂດການຄ້າເສລີຈີນອາຊຽນຂະຫຍາຍໄປໜ້າຢ່າງບໍ່ຢຸດຢັ້ງ,ໂດຍສະເພາະແມ່ນງານເອັກສ໌ໂປຈີນອາຊຽນຈັດຂຶ້ນຢູ່ນະຄອນນານນິງເຂດກວາງຊີເປັນປະຈຳ,ເຮັດໃຫ້ການໄປມາຫາສູ່ກັນທາງເສດຖະກິດການຄ້າລະຫວ່າງເຂດກວາງຊີກັບບັນດາປະເທດອາຊຽນນັບມື້ນັບແໜ້ນແຟ້ນ. ປີ 2004 ມູນຄ່າການຄ້າຂາເຂົ້າຂາອອກລະຫວ່າງເຂດກວາງຊີກັບອາຊຽນໄດ້ບັນລຸ 1 ຕື້ 1 ລ້ານໂດລາສະຫະລັດ,ບັນລຸລະດັບສູງສຸດໃນປະຫວັດສາດ,ເພີ່ມຂຶ້ນຫຼາຍກວ່າປີ 2003 21%,ກວມ 23,3% ຂອງຍອດມູນຄ່າການຄ້າຂາເຂົ້າຂາອອກຂອງເຂດກວາງຊີ.
|
|