ຕາມຂ່າວCRI,ເພື່ອຖືໂອກາດປັກກິ່ງຈັດງານໂອລິມປິກໃນປີ 2008 ຢ່າງເຕັມສ່ວນ,ວັນທີ 17 ທັນວາ,ເມືອງປັກກິ່ງໄດ້ເລີ່ມດຳເນີນແຜນການລົງທຶນລາຍຫນຶ່ງ,ຈະເພີ່ມຄວາມແຮງໃນການດູດດຶງເອົາທຶນຕ່າງປະເທດເຂົ້າມາປັກກິ່ງໃນ 4 ປີຂ້າງຫນ້າ.
ແຜນການລາຍນີ້ຊື່ວ່າ:ແຜນການລົງທຶນຢູ່ປັກກິ່ງຈີນປີ 2008ແມ່ນເມືອງປັກກິ່ງກັບອົງການລົງທຶນຂອງອົສຕຼາລີ ຮ່ວມກັນຈັດຂຶ້ນ. ຈຸດຫມາຍຂອງແຜນການດັ່ງກ່າວແມ່ນໃນ 4 ປີຂ້າງຫນ້າ,ຈະຖືປັກກິ່ງເປັນເຂດຈຸດຫນັກ,ດູດດຶງທຶນຕ່າງປະເທດມາລົງທຶນໂດຍກົງໃຫ້ປັກກິ່ງແລະເຂດທີ່ກ່ຽວຂ້ອງອື່ນໆຂອງຈີນ 1 ຕື້ໂດລາສະຫະລັດ.ການລົງທຶນເຫຼົ່ານີ້ຕົ້ນຕໍຈະໂຮມຢູ່ໃນຂົງເຂດອຸດສາຫະກຳໄຮເຕັກໃນດ້ານເຕັກນິກຊີວະຊາດ ເຕັກນິກຂໍ້ມູນຂ່າວສານແລະການສື່ສານ ການອະນຸລັກສິ່ງແວດລ້ອມດ້ານພະລັງງານແລະເຕັກນິກວັດຖຸດິບອຸບປະກອຣໃຫມ່ເປັນຕົ້ນ.
ຕາມແຜນການດັ່ງກ່າວ,ໃນ 4 ປີຂ້າງຫນ້າ,ຝ່າຍທີ່ກ່ຽວຂ້ອງຈະຈັດຕັ້ງ ຄະນະທັດສະນະສຶກສາຂອງວິສາຫະກິດສາກົນເຈລະຈາການລົງທຶນຢູ່ປັກກິ່ງ,ແລະສ້າງການພົວພັນຄູ່ຮ່ວມມືສາກົນກັບ100 ວິສາຫະກິດຢູ່ປັກກິ່ງ
|