ທ່ານໂລເກ ປະທານຄະນະກຳມະການໂອລິນປິກສາກົນຍ້ອງຍໍປັກກ່ິງຈັດງານກິລາໂອລິນປິກຢ່າງປະຍັດ
cri
ຕາມຂ່າວ CRI ,ວັນທີ 1 ພະຈິກ,ຢູ່ປັກກ່ິງ,ທ່ານໂລເກ ປະທານຄະນະກຳມະການໂອລິນປິກສາກົນເວົ້າວ່າ,ທັດສະນະຄະຕິທີ່ຈັດງານກິລາໂອລິນປິກຢ່າງປະຍັດເຊ່ິງລິເລ່ີມໂດຍຄະນະກຳມະການຈັດຕັ້ງງານກິລາໂອລິນປິກປັກກ່ິງຈະຄວບຄຸມຂະຫນາດແລະການໃຊ້ຈ່າຍຂອງງານກິລາໂອລິນປິກຢ່າງບັງເກີດຜົນ.ແລະຈະ ສະຫນອງບົດຮຽນອັນລ້ຳຄ່າໃຫ້ງານກິລາໂອລິນປິກໃນຕໍ່ໄປພາຍຫນ້າ.ພາຍຫລັງໄດ້ສິ້ນສຸດການຢ້ຽມຢາມປັກກ່ິງເປັນເວລາ 3 ມື້ວັນທີ 1 ພະຈິກ,,ທ່ານໂລເກໄດ້ຈັດງານຖະແຫຼງຂ່າວ,ທ່ານສະແດງຄວາມເພ່ິງພໍໃຈຕໍ່ວຽກງານຂອງຄະນະກຳມະການຈັດຕັ້ງງານກິລາໂອລິນປິກ.
|
|