|
 |
(GMT+08:00)
2004-09-16 14:43:27
|
 |
ທ້າວລີວຊຽງ ນາງຈາງອີນີງຖືກເລືອກເປັນດາລາງານກິລາໂອລິມປິກ
cri
Author: cbf
ຕາມຂ່າວສານຊິນຮວາ:ວັນທີ 15 ກັນຍາ,ທ້າວລີວຊຽງ ນັກກິລາແລ່ນແລະລານແລະນາງຈາງອີນີງ ນັກກິລາປິ່ງປ່ອງທີ່ດີເລີດຂອງຈີນໄດ້ຖືກເລືອກເປັນດາລາງານກິລາໂອລິມປິກທີ່ສະມາຄົມວິຊາຂ່າວກິລາໜັງສືພິມລາຍວັນທົ່ວປະເທດແລະໜັງສືພິມ《ເຢີນມີນຢື້ປ້າວ》ຮ່ວມກັນຈັດຂຶ້ນ.
ໃນການແຂ່ງຂັນແລ່ນຂ້າມຮົ້ວ 110 ແມັດເພດຊາຍ,ທ້າວລີວຊຽງໄດ້ສ້າງສະຖິຕິໃໝ່ຂອງງານກິລາໂອລິມປິກດ້ວຍຄະແນນທີ່ດີເດ່ັນຄື 12 ວິນາທີ 91,ຊີງໄດ້ຫຼຽນຄຳໃນງານກິລາໂອລິມປິກ,ທັງນີ້ແມ່ນການບຸກທະລຸສຳຄັນຂອງນັກກິລາຈີນໃນລາຍການພື້ນຖານທີ່ສຳຄັນ.ນາງຈາງອີນີງຊີງໄດ້ຫຼຽນຄຳສອງຫຼຽນໃນການແຂ່ງຂັນປິ່ງປ່ອງປະເພດຕີດ່ຽວເພດຍິງແລະຕີຄູ່ເພດຍິງ,ຫຼຽນຄຳຕີດ່ຽວເພດຍິງທີ່ນາງຈາງອີນີງໄດ້ຮັບແມ່ນຫຼຽນຄຳທີ 100 ທີ່ຈີນໄດ້ຮັບໃນງານກິລາໂອລິມປິກລະດູຮ້ອນແຕ່ປີ 1984 ມານີ້.
ການປະກວດເທື່ອນີ້ແມ່ນໃຫ້ນັກຂ່າວກິລາອາວຸໂສທີ່ສະມາຄົມວິຊາຂ່າວກິລາໜັງສືພິມລາຍວັນທົ່ວປະເທດເຊີນມາຈັດຕັ້ງເປັນຄະນະກຳມະການ,ແລະໃຫ້ນັກຂ່າວຈີນທີ່ໄດ້ໄປເອົາຂ່າວງານກິລາໂອລິມປິກຄັ້ງນີ້ແລະບັນນາທິການຂອງສື່ມວນຊົນສຳຄັນພາຍໃນປະເທດຈີນປ່ອນບັດຄັດເລືອກ.
|
|
|