ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-06 16:32:46    
ນັກ​ກິລາຈີນ​ທີ່​​ໄດ້​ຫລຽນ​ຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​​ເດີນທາງ​ໄປ​ຮອດ​ຮົງ​ກົງ(ພາບ)

cri

ສະມາຊິກຄະນະຜູ່ແທນນັກກິລາທີ່ໄດ້ຫຼຽນຄຳໂອລິມປິກຂອງຈີນໄດ້ໂບກມືໃສ່ໄທເມືອງ
ຮົງກົງຢູ່ເດີ່ນຍົນສາກົນຮົງກົງ.

ຕາມ​ຂ່າວCRI: ຕອນ​ທ່ຽງ​ວັນ​ທີ 6 ກັນຍາ, ນັກ​ກິລາ​ຈີນ​ທີ່​ໄດ້​ຫລຽນ​ຄຳ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ໄດ້​ເດີນທາງ​ໄປ​ຮອດ​ຮົງ​ກົງ, ​ເລີ່​ມຢ້ຽມຢາມ​ແລະ​ມ່ວນ​ຊື່ນ​ນຳ​ກັນ​ກັບ​ປະຊາຊົນ​ຮົງ​ກົງເປັນ​ເວລາ 3 ມື້.

ທ່ານຕົງຈ້ຽນຮວາ ຜູ່ວ່າການເຂດບໍລິຫານພິເສດຮົງກົງ(ຊ້າຍ4),ທ່ານຢວນເວີຍມິງ ຫົວ
ໜ້າກົມໃຫຍ່ກິລາແຫ່ງຊາດຈີນ(ຂວາ2),ທ່ານກ່າວສີເຢິນ ຫົວໜ້າຫ້ອງການຕິດຕໍ່ພົວພັນ
ຂອງລັດຖະບານກາງປະຈຳເຂດພິເສດຮົງກົງ(ຊ້າຍ1)ໄດ້ຖ່າຍຮູບນຳກັນກັບຄະນະຜູ່ແທນ
ນັກກິລາທີ່ໄດ້ຫຼຽນຄຳໂອລິມປີກຂອງເຂດໃນຈີນຢູ່ເດີ່ນຍົນສາກົນຮົງກົງ.


ທ່ານ​ຕົງ​ຈຽນ​ຮວາ ຜູ່​ວ່າການ​​ເຂດ​ບໍລິຫານ​ພິ​ເສດ​ຮົງ​ກົງ ທ່ານ​ກາວ​ສີ​ເຢີ​ນ ຫົວໜ້າ​ຫ້ອງການຕິດ​ຕໍ່​ພົວພັນ​ຂອງ​ລັດຖະບານ​ກາງ​ປະຈຳ​​ເຂດ​ພິ​ເສດ​ຮົງ​ກົງ ທ່ານ​ໂຮ້​ເຈີ້ນ​ທິງ ປະທານ​ຄະນະ​ກຳມະການ​​ໂອ​ລິ​ມປິກ​ຮົງ​ກົງ​ຈີນ​ແລະ​ທ່ານ​ອື່ນໆ​ໄດ້​ໄປ​ຕ້ອນຮັບ​ຢູ່​​ເດີ່ນຍົນ, ​ແລະ​ຈັດ​ພິທຕ້ອນຮັບ​ຢ່າງ​ຄຶກຄື້ນ​ຢູ່​ເດິ​່ນຍົນ.

ທ່ານຕົງຈ້ຽນຮວາ ຜູ່ວ່າການເຂດບໍລິຫານພິເສດຮົງກົງ(ຊ້າຍ)ຕ້ອນຮັບທ່ານຢວນເວີຍມິງ
ຫົວໜ້າຄະນະຜູ່ແທນຈີນ, ຫົວໜ້າກົມໃຫຍ່ກິລາແຫ່ງຊາດຈີນຢູ່ເດີ່ນຍົນສາກົນຮົງກົງ.

ຄະນະ​ຜູ່​ແທນ​ນັກ​ກິລາ​ທີ່​ໄດ້ຫລຽນ​ຄຳ​ໂອ​ລິ​ມປິກຂອງ​ຈີນ​ທີ່​ນຳ​ໂດຍ​ທ່ານ​ຢວນ​ເວີຍ​ມີນ ຫົວໜ້າ​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນດັ່ງກ່າວ​ນີ້​ມີ 68 ຄົນ.

ທ່ານຕົງຈ້ຽນຮວາ ຜູ່ວ່າການເຂດບໍລິຫານພິເສດຮົງກົງຈັບມືກັບນາງຕູລີ ຜູ່ໄດ້ຫຼຽນຄຳ
ຫຼຽນທຳອິດຂອງຈີນໃນງານກິລາໂອລິມປິກອາແຕນຢ່າງສະໜິດສະໜົມຢູ່ເດີ່ນຍົນສາກົນ
ຮົງກົງ.

1  2  3