ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-09-02 22:29:22    
ຜູ່​ນຳ​ຈີນ​ພົບ​ປະ​ຄະນະນັກ​ກິລາ​ຈີນ​ທີ່​ເຂົ້າຮ່ວມ​ງານ​ກິລາ​ໂອ​ລິມ​ປິກ​ອາ​ແຕນ(ພາບ)

cri Author: mo

           

ຕາມ​ຂ່າວCRI: ວັນ​ທີ 2 ກັນຍາ​ຢູ່​ທີ່​ປັກ​ກິ່ງ, ທ່ານ​ຫູ​ຈີນ​ທ່າວ ປະທານ​ປະ​ເທດ​ຈີນ ທ່ານ​ເວີ່ນ​ເຈຍ​ປາວ ນາຍົກລັດຖະມົນຕີຈີນ​ແລະ​ຜູ່​ນຳ​ທ່ານ​ອື່ນໆ​ໄດ້​ພົບ​ປະ​ຄະນະນັກ​ກິລາ​ຈີນ​ທີ່​​ກັບ​ມາ​ຈາກ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ​ຢ່າງ​ມີ​ກຽດ. ​ໃນ​ເວລາ​ພົບ​ປະ, ທ່ານ​ຫູ​ຈີນ​ທ່າວ​ກ່າວ​ເນັ້ນວ່າ, ຈິດ​ໃຈ​ບາກ​ບ່ັນ​ສູ້​ຊົນ​ຢ່າງ​ທໍລະ​ຫົດ​ອົດທົນແລະ​ຄຸນສົມບັດ​ດ້ານ​ກິລາ​ອັນ​ສູງ​ສົ່ງ​ຂອງ​ນັກ​ກິລາ​ຈີນ​ທີ່ສະ​ແດງອອກ​ໃນ​ງານ​ກິລາ​​ໂອ​ລິ​ມປິກອາ​ແຕນ​ນັ້ນ, ​ໄດ້​ກະຕຸກ​ຄວາມ​ຮັກຫອມ​ປະ​ເທດ​ຊາດ​ຂອງ​ປະຊາ​ຊົນ​ຈີນ, ​ໄດ້​ເພີ່ມ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ພາກ​ພູມ​ໃຈ​ຂອງ​ປະຊາຊົນ​ຈີນ, ກາຍ​ເປັນ​ກຳລັງ​ຈິດ​ໃຈ​ອັນ​ແຂງ​ແຮງ​ທີ່​ຊຸກ​ຍູ້​ໃຫ້​ພາລະກິດ​ທຸກ​ລາຍ​ຂອງ​ຈີນ​ກ້າວ​ໄປ​ໜ້າ.

            

ທ່ານ​ຫູ​ຈີນ​ທ່າວ​ຫວັງ​ໃຫ້​ບັນດາ​ນັກ​ກິລາ​ຈ່ົງ​ບາກ​ບ່ັນ​ສູ້​ຊົນ​ຕື່ມອີກ, ພະຍາຍາມ​ສ້າງ​ຜົນງານອັນ​ດີ​​ເດັ່ນອີກ​ເທື່ອ​ໜຶ່ງ​ໃນ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008. ທ່ານ​ຍັງ​ຮຽກຮ້ອງ​ໃຫ້​ຄະນະ​ກຳມະການ​ຈັດ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ​ແລະ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຮ່ຳຮຽນ​ແລະ​ຖອດຖອນ​ເອົາ​ບົດຮຽນທີ່​ສຳ​ເລັດ​ຜົນ​ຂອງ​ງານ​ກິລາ​ໂອ​ລິ​ມປິກ​ອາ​ແຕນ, ​​ຂຸ້ນຂ້ຽວ​ເຮັດ​ວຽກ​ງານ​ກະກຽມ​ທຸກ​ລາຍ​ໃຫ້​ດີ, ພະຍາຍາມ​ຈັດ​ງານ​ກີລາ​ໂອ​ລິ​ມປິກ​ປັກ​ກິ່ງ​ປີ 2008 ​ເປັນ​ງານ​ກິລາ​ໂອ​ລິ​ມປິກ​ທີ່​ມີ​ລະດັບ​ສູງ.