23ປີມານີ້,ປັກກິ່ງໄດ້ປູກຕົ້ນໄມ້100ລ້ານກວ່າຕົ້ນ
cri
CRIລາຍງານວ່າ:ຫວ່າງແລ້ວນີ້,ບຸກຄົນວົງການຕ່າງໆປັກກິ່ງໄປຮອດສວນປ່າໄມ້ໝາງຊ່ານທີ່ປັກກິ່ງ,ຫົດນ້ຳແລະດັບຫຍ້າໃຫ້ຕົ້ນໄມ້ຫຼາຍຕົ້ນທີ່ທ່ານເຕິ້ງສຽວຜິງ ຜູ່ນຳຈີນທີ່ໄດ້ເຖິງແກ່ກຳປູກໃນແຕ່ກ່ອນ.ສະຖິຕິສະແດງໃຫ້ເຫັນວ່າ,23ປີມານີ້,ເພື່ອຕອບສະໜອງການລິເລີ່ມຂອງທ່ານເຕິ້ງສຽວຜິງທີ່ໃຫ້ທົ່ວປວງຊົນປູກຕົ້ນໄມ້ສ້າງປ່າເປັນຂະບວນ, ວົງການຕ່າງໆຂອງປັກກິ່ງໄດ້ສະໝັກປູກຕົ້ນໄມ້100ລ້ານກວ່າຕົ້ນ.
ວັນທີ22ສິງຫາປີ2004ແມ່ນວັນເກີດຂອງທ່ານເຕິ້ງສຽວຜິງຄົບຮອບ100ປີ,ບູລຸດຜູ່ຍິ່ງໃຫຍ່ຜູ່ນີ້ແມ່ນຜູ່ລິເລີ່ມແລະຜູ່ເຂົ້າຮ່ວມການເຄື່ອນໄຫວທີ່ທົ່ວປວງຊົນປູກຕົ້ນໄມ້.ໃຕ້ການລິເລີ່ມຂອງທ່ານເຕິ້ງສຽວຜິງ,ປີ1981,ກອງປະຊຸມຄັ້ງທີ4ຂອງສະພາປະຊາຊົນແຫ່ງຊາດຈີນສະໄໝທີ5ໄດ້ລົງມະຕິທີ່ກ່ຽວກັບການເປີດຂະບວນທົ່ວປວງຊົນສະໝັກປູກຕົ້ນໄມ້.
23ປີມານີ້,ວົງການຕ່າງໆຂອງປັກກິ່ງຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວປູກຕົ້ນໄມ້.ຕາມສະຖິຕິ,ປະຈຸບັນນີ້,ແຕ່ລະປີມີໄທເມືອງປັກກິ່ງ3ລ້ານຄົນສະໝັກຫເຂົ້າຮ່ວມການປູກຕົ້ນໄມ້, ອັດຕາປ່າໄມ້ປົກຫຸ້ມນະຄອນປັກກິ່ງໄດ້ເພີ່ມຂຶ້ນຮອດ47,5%.
|
|