ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2004-08-16 17:57:30    
ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ຈັດ​ກອງ​ປະຊຸມ​ສຳ​ມະ​ນາວິຊາ​ການ ລະ​ລຶກ​ວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເຕີ້ງ​ສຽວ​ຜິງ​ຄອບ​ຮອບ 100 ປີ

cri
ຕາມ​ຂ່າວສານ​ຊິນ​ຮວາ: ວັນ​ທີ 16 ສິງຫາ ຢູ່​ທີ່​ປັກ​ກິ່ງ ສະພາ​ບັນດິດ​ວິທະຍາສາດ​ສັງຄົມ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ສຳ​ມະ​ນາວິຊາ​ການ​ລະ​ລຶກວັນ​ຄ້າຍ​ວັນ​ເກີດ​ຂອງ​ທ່ານ​ເຕີ້​ງສຽວ​ຜິ​ງຄົບ​ຮອບ 100 ປີ. ​ໃນ​ເວລາ​ກ່າ​ວຄຳ​ປາ​ໄສ,ທ່ານ ຫຼີ​ເຊີ້ນມິ​ງ ຮອງ​ປະທານ​ສະ​ພາ​ບັນດິດວິ​ທະຍາ​ສາດ​ສັງຄົມ​ຈີນ​ຊີ້​ອອກ​ວ່າ,ທິດ​ສະ​ດີ​ເຕີ້ງສຽວ​ຜິ​ງ​ແມ່ນ​ຜືນ​ທຸງ​ແຫ່ງ​ຄວາມ​ກ້າວໜ້າ​ຈົນ​ເທົ່າ​ໃດໆ.

ທ່ານຫຼີ​ເຊີ້ນມິ​ງ​ເວົ້າວ່າ,​ໃນ​ຖານ​ເປັນ​ແກນ​ກາງຂອງ​ໝູ່​ຄະນະ​ນຳ​ຮຸ້ນທີ​ສອງ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ທ່ານ​ເຕີ້ງສຽວ​ຜິ​ງ​ໄດ້​ສ້າງ​ຄຸນງາມຄວາມດີ​ອັນ​ບໍ່​ເສົ້າສູນໃນ​ໄລຍະ​ປະຕິ​ວັດ,ກໍ່ສ້າງ​ແລະ​ປະຕິ​ຮູບ. ທິດ​ສະ​ດີ​ເຕີ້ງສຽວ​ຜິ​ງ​ແມ່ນ​ຊັບ​ສິນ​ທີ່​ລ້ຳຄ່າທີ່​ສຸດຂອງ​ທ່ານ​ເຕີ້ງສຽວ​ຜິ​ງ,​ແມ່ນ​ສິ່ງ​ກຳ​ເນີ​ດຂອງຫຼັກມູນ​ພື້ນຖານ​ລັດທິ​ມາກ​ເລ​ນິນ​ປະສານ​ກັບ​ສະພາບ​ຕົວ​ຈິງ​ຂອງ​ຈີນ​ໃນ​ຍຸກ​ປະຈຸ​ບັນ​ແລະ​ຈຸດ​ພິ​ເສດ​ຂອງ​ຍຸກ​ສະ​ໄໝ.