ການພົວພັນລະຫວ່າງອາເມລິກາກັບມຽນມາດີຂຶ້ນຄືນໃໝ່
(GMT+08:00) 2013-05-22 17:06:46 cri
ວັນທີ 20 ພຶດສະພານີ້, ຢູ່ທຳນຽບຂາວອາເມລິກາ, ທ່ານບາຣັກໂອບາມາ ປະທານາທິບໍດີອາເມລິກາໄດ້ພົບປະເຈລະຈາກັບທ່ານເທັນເຊັນ ປະທານາທິບໍດີມຽນມາທີ່ເດີນທາງມາຢ້ຽມຢາມ. ນີ້ແມ່ນປະມຸກລັດມຽນມາທີ່ເດີນທາງໄປຢ້ຽມຢາມອາເມລິກາເປັນຄັ້ງທຳອິດໃນຮອບ 47 ປີມານີ້.
ນັບແຕ່ລັດຖະບານມຽນມາຊຸດປະຈຸບັນຂຶ້ນຄອງອຳນາດໃນເດືອນມີນາປີ2011ມານີ້, ການພົວພັນລະຫວ່າງມຽນມາກັບອາເມລິກາໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ອາເມລິກາໄດ້ຄ່ອຍໆຜ່ອນຍານການລົງໂທດຕໍ່ມຽນມາທີ່ປະຕິບັດມາແຕ່ປີ1996. ເດືອນພະຈິກປີກາຍນີ້, ທ່ານໂອບາມາໄດ້ເດີນທາງໄປຢ້ຽມຢາມມຽນມາ, ແລະເປັນປະທານາທິບໍດີອາເມລິກາຜູ້ທຳອິດທີ່ໄປຢ້ຽມຢາມມຽນມາ.
ນັກວິເຄາະເຫັນວ່າ: ໃນໄລຍະມໍ່ໆມານີ້, ອາເມລິກາແລະມຽນມາໄດ້ສະແດງທ່າທີເປັນມິດຊຶ່ງກັນແລະກັນຫຼາຍຂຶ້ນ, ເວົ້າເຖິງສາເຫດແລ້ວມັນບໍ່ສາມາດຫຼຸດພົ້ນຈາກສາເຫດວ່າທັງສອງປະເທດຢາກໄດ້ຜົນປະໂຫຍດຂອງຕົນທັງນັ້ນ.ເວົ້າສຳລັບອາເມລິກາແລ້ວ, ເນື່ອງຈາກວ່າໄດ້ຫຍຸ້ງຍາກນຳສົງຄາມຕ້ານການກໍ່ການຮ້າຍໃນຫຼາຍປີມານີ້,ມັນຫຼີກເວັ້ນບໍ່ໄດ້ທີ່ໄດ້ເຮັດໃຫ້ບົດບາດຂອງອາເມລິກາໃນເວທີໂລກຕົກຕ່ຳລົງ, ຄຽງຄູ່ກັບການປ່ຽນແປງຂອງສະຖານະການ, ເຈດຕະນາທີ່ຢາກກັບຄືນສູ່ອາຊີປາຊີຟິກຂອງອາເມລິກາກໍ່ນັບມື້ນັບແຮງ ຂຶ້ນຕື່ມ. ສ່ວນມຽນມາໃນຖານະເປັນປະເທດສະມາຊິກອາຊຽນມີຖານະສຳຄັນທີ່ສຸດໃນດ້ານທີ່ຕັ້ງ ທາງຍຸດທະສາດ, ສະນັ້ນ, ການປັບປຸງການພົວພັນກັບມຽນມາໃຫ້ດີຂຶ້ນນັ້ນແມ່ນສອດຄ່ອງກັບຄວາມຕ້ອງການຂອງອາເມລິກາໃນການປະຕິບັດຍຸດທະສາດກັບຄືນສູ່ອາຊີປາຊີຟິກ.
ເວົ້າສຳລັບມຽນມາແລ້ວ, ກໍ່ມີຄວາມຕ້ອງການໃນການປັບປຸງການພົວພັນກັບອາເມລິກາໃຫ້ດີຂຶ້ນ, ນອກຈາກການພັດທະນາເສດຖະກິດແມ່ນຕ້ອງການໃຫ້ອາເມລິກາຍົກເລີກການລົງໂທດດ້ານເສດຖະກິດແລ້ວ, ມຽນມາຍັງຕ້ອງການຜ່ານຈາກການສ້າງການພົວພັນທີ່ດີກັບປະເທດໃຫຍ່ທີ່ສຳຄັນໃນໂລກເພື່ອກັບຄືນສູ່ເວທີສາກົນ.
ແຕ່ວ່າ, ການພົວພັນທີ່ສະໜິດສະໜົມລະຫວ່າງອາເມລິກາກັບມຽນມາຈະສາມາດຮັກສາໄດ້ດົນປານໃດ?ການພົວພັນລະຫວ່າງສອງປະເທດໃນອະນາຄົດມີທ່າອ່ຽງຂະຫຍາຍຕົວແນວໃດ, ມັນຍັງຄົງຂຶ້ນກັບສາເຫດດ້ານຜົນປະໂຫຍດຂອງໃຜລາວ. ການຂະຫຍາຍຕົວຂອງການພົວພັນລະຫວ່າງອາເມລິກາກັບມຽນມາແມ່ນຢູ່ບົນພື້ນຖານທີ່ປະຕິບັດຕາມຫຼັກການ "ການເຄື່ອນໄຫວຕໍ່ການເຄື່ອນໄຫວ". ອາເມລິກາສົນໃຈນຳການປະຕິຮູບດ້ານປະຊາທິປະໄຕແລະທາງສັງຄົມຂອງມຽນມາ, ຖ້າວ່າມີການປະຕິຮູບຫຼາຍຂຶ້ນ, ການລົງໂທດດ້ານເສດຖະກິດກໍ່ຈະຫຼຸດໜ້ອຍລົງແລະຈະໄດ້ຮັບການປະຕິບັດຕໍ່ທີ່ດີກວ່າ,ແຕ່ໃນທາງກົງກັນຂ້າມ, ຖ້າວ່າອາເມລິກາເຫັນວ່າການປະຕິຮູບຂອງມຽນມາໜ້ອຍລົງ, ການລົງໂທດດ້ານເສດຖະກິດກໍ່ຈະເຂັ້ມງວດຂຶ້ນຕື່ມ,ແລະທ່າທີຂອງອາເມລິກາຕໍ່ມຽນມາກໍ່ຈະແຂງກະດ້າງຂຶ້ນຕື່ມ.
ສາມາດເຫັນໄດ້ວ່າ: ທ່າທີທີ່ດີຂອງອາເມລິກາທີ່ມີຕໍ່ມຽນມາແມ່ນຍັງມີເງື່ອນໄຂ, ຍັງສະຫງວນວິທີລົງໂທດຕໍ່ມຽນມາຢ່າງຫຼວງຫຼາຍຄືເກົ່າ,ສ່ວນມຽນມາກໍ່ມີຈຸດຢືນທີ່ຄອຍເບິ່ງມາດຕະການຕົວຈິງຂອງອາເມລິກາກ່ອນ, ນີ້ກໍ່ໝາຍຄວາມວ່າສອງປະເທດນີ້ຕ່າງສະຫງວນທ່າທີຂອງຕົນໃນການປະຕິບັດຕໍ່ກັນ.
