ມອບ-ຮັບໂຄງການປັບປຸງຍົກລະດັບສະໜາມບິນສາກົນວັດໄຕ
(GMT+08:00) 2012-10-11 17:08:23 cri
ພິທິມອບ-ຮັບໂຄງການປັບປຸງຍົກລະດັບສະໜາມບິນສາກົນວັດໄຕນະຄອນຫຼວງວຽງຈັນຢ່າງເປັນທາງການໄດ້ດຳເນີນໄປໃນວັນທີ9ຕຸລານີ້, ໂດຍແມ່ນບໍລິສັດແຄມຊີວິສະວະກຳກໍ່ສ້າງຈີນຜູ້ຮັບເໝົາກໍ່ສ້າງເປັນຜູ້ມອບແລະກົມການບີນພົນລະເຮືອນ,ກະຊວງໂຍທາທິການແລະຂົນສົ່ງລາວເປັນຜູ້ຮັບ,ໂດຍຊ້ອງໜ້າທ່ານດຣ ທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ,ລັດຖະມົນຕີວ່າການກະຊວງການຕ່າງປະເທດ,ທ່ານນາງ ປູ້ຈ້ຽນກົວ,ເອກອັກຄະລັດຖະທູດຈີນປະຈຳລາວ ພ້ອມດ້ວຍບັນດາລັດຖະມົນຕີແລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໂຄງການປັບປຸງຍົກລະດັບສະໜາມບິນສາກົນວັດໄຕແມ່ນໂຄງການລົງທຶນ ຂອງລັດຖະບານລາວເພື່ອຮອງຮັບການເດີນທາງມາເຂົ້າຮ່ວມກອງປະຊຸມສຸດຍອດອາຊີ-ເອີລົບຄັ້ງທີ9ຫລືອາເຊັມ9ທີ່ນະຄອນຫລວງວຽງຈັນ.ໂຄງການປັບປຸງຍົກລະດັບຄັ້ງນີ້ລວມມີການຂະຫຍາຍລານຈອດເຮືອບິນເບີ 2a 2b ແລະລານຈອດເບີ 3,ມີເປົ້າໝາຍເພື່ອຮອງຮັບເຮືອບິນຂະໜາດກາງແລະຂະໜາດໃຫ່ຍຈຳນວນ25ລຳ,ໂຄງການດັ່ງກ່າວນີ້ແມ່ນບໍລິສັດແຄມຊີວິສະວະກຳຈີນຈຳກັດເປັນຜູ້ຮັບເໝົາກໍ່ສ້າງ,ມູນຄ່າການກໍ່ສ້າງທັງໝົດປະມານ38ລ້ານໂດລາສະຫະລັດຫລືປະມານ303ຕື້ກີບ,ນຳໃຊ້ທຶນກູ້ຍືມຈາກທະນາຄານຂາເຂົ້າ-ຂາອອກແຫ່ງປະເທດຈີນ.
ໂຄງການປັບປຸງຍົກລະດັບສະໜາມບິນສາກົນວັດໄຕໄດ້ເລີ່ມປະຕິບັດແຕ່ເດືອນພຶດສະພາ 2011 ມີໄລຍະການກໍ່ສ້າງ 1 ປີ, ມາຮອດປັດຈຸບັນ, ໄດ້ສຳເລັດແລະມີຄວາມພ້ອມໃນການຮອງຮັບຄະນະຜູ້ແທນກອງປະຊຸມອາເຊັມ 9 ໃນຕົ້ນເດືອນພະຈິກຢ່າງແນ່ນອນ.
