ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ​ເຂົ້າ​ສູ່​ໄລຍະ​ຈັດ​ວາງ​ການວາງສະ​ແດງ

(GMT+08:00) 2013-08-24 16:01:53     cri

ວັນ​ທີ 23 ສິງຫາ​ນີ້, ສິນຄ້າ​ວາງສະ​ແດງ​ຈາກ​ນອກ​ແດນ​ ເຊິ່ງ​ເປັນ​ສິນຄ້າ​ວາງສະ​ແດງງວດ​ທຳ​ອິດຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 10 ​ໄດ້​ຖືກ​ຂົນ​ສົ່ງ​ຈາກ​ດ່ານ​ຟາງ​ເສິງ​ກາງ​ໄປ​ຮອດ​ສູນ​ປະຊຸມ​ແລະ​ວາງສະ​ແດງ​ສາກົນ​ນານ​ນິງ. ສິນຄ້າ​ງວດ​ນີ້​ແມ່ນ​ມາ​ຈາກ​ປະ​ເທດ​ໄທ​​ແລະ​ອິນ​ໂດ​ເນ​ເຊຍ,ມີຈຳນວນ 1852 ​ເຄື່ອງ​ນ້ຳຫນັກຫລາຍ​ກວ່າ 35 ​ໂຕນ.

ຄຽງ​ຄູ່​ກັບ​ສິນຄ້າ​ງວດ​ນີ້ໄດ້​ຜ່ານ​ດ່ານ​ຢ່າງ​ສະດວກ, ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນທີ່​ຈະ​ໄຂ​ຂຶ້ນ​ໃນ​ວັນ​ທີ 3 ກັນຍາຫນ້າ​ນີ້​ກໍ່​ໄດ້​ເຂົ້າ​ສູ່​ໄລຍະ​ຈັດ​ວາງ​ການວາງສະ​ແດງ​ຢ່າງເຄັ່ງຮ້ອນ.

ຂ່າວ​ແຈ້ງວ່າ, ງານ​ວາງສະ​ແດງ​ຄັ້ງ​ນີ້​ໄດ້​ສ້າງ​ສະຖິຕິ​ໃຫມ່​ໃນ​ດ້ານ​ຂະຫນາດ​ແລະ​ລະດັບ​ການວາ​ງສະ​ແດງ,ປະ​ເທດ​ທີ່​ເຂົ້າ​ຮ່ວມງານວາງສະ​ແດງໃນຄັ້ງນີ້ນອກຈາກ​ມີ​ບັນດາ​ປະ​ເທດ​ອາ​ຊຽນ​ແລ້ວ, ຍັງ​ມີ​ອີກ 10 ປະ​ເທດ​ເຊັ່ນ:ອົສຕຼາລີ, ຍີ່ປຸ່ນ​,​ເອຕົວ​ນີ​ແລະ​ປະ​ເທດ​ອື່ນໆ, ​ເຄື່ອງ​ທີ່​​ເຂົ້າ​ຮ່ວມການວາງສະ​ແດງ​ນັ້ນ​ກໍ່​ເພີ່ມຫລາຍ​ຂຶ້ນ​ແລະ​ມີ​ປະ​ເພດ​ຫລາຍ​ກວ່າ​ທຸກ​ຄັ້ງ​ທີ່​ຜ່ານ​ມາ. ຄາດ​ວ່າ​ພາຍ​ໃນ 10 ກວ່າ​ວັນ​​ເຊິ່ງນັບ​ແຕ່​ວັນ​ທີ 23 ສິງຫາ​ນີ້​ເປັນ​ຕົ້ນ​ໄປ, ຈະ​ແມ່ນ​​ໄລຍະ​ທີ່​ມີ​ສິນຄ້າ​ວາງສະ​ແດງ​ຖືກ​ສົ່ງ​​ໄປ​ຮອດ​ສູນ​ປະຊຸມ​ແລະ​ການວາງສະ​ແດງ​ສາກົນ​ນານ​ນິງຫລາຍ​ທີ່​ສຸດ.