ເລຂາທິການໃຫຍ່ສູນກາງພັກຄອມມູນິດຫວຽດນາມແລະນາຍົກລັດຖະມົນຕີຫວຽດນາມຕ້ອນ ຮັບທ່ານຫວາງອີ້, ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນ
(GMT+08:00) 2013-08-06 15:27:40 cri
ວັນທີ 5 ສິງຫານີ້, ທ່ານຫງວຽນຟູຈອງ, ເລຂາທິການໃຫຍ່ສູນກາງພັກກອມມູນິດຫວຽດນາມໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງອີ້, ລັດຖະມົນຕີວ່າການກະຊວງການຕ່າງປະເທດຈີນຢູ່ສູນກາງພັກກອມມູນິດຫວຽດນາມທີ່ຮາໂນ້ຍ.
ທ່ານຫງວຽນຟູຈອງກ່າວວ່າ, ການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ຈີນແມ່ນທິດສຳຄັນອັນດັບໜຶ່ງແລະທິດບູລິມະສິດໃນດ້ານວຽກງານການຕ່າງປະເທດຂອງຫວຽດນາມ. ສອງຝ່າຍຄວນເດີນຕາມທິດທາງທີ່ຜູ້ນຳພັກແລະລັດຂອງສອງປະເທດໄດ້ຕົກລົງຮ່ວມກັນ, ເສີມຂະຫຍາຍບົດ ບາດຂອງຄະນະກຳມະການຊີ້ນຳການຮ່ວມມືສອງຝ່າຍ, ຊຸກຍູ້ການຮ່ວມມືໃນຂົງເຂດຕ່າງໆຢ່າງແທ້ຈິງ. ສອງຝ່າຍຄວນຕັ້ງໜ້າປະຕິບັດສັນຍາຫຼັກການພື້ນຖານໃນການຊີ້ນຳການແກ້ໄຂບັນຫາທາງທະເລ, ແລະແກ້ໄຂບັນຫາທາງທະເລຢ່າງເໝາະສົມ.
ທ່ານຫວາງອີ້ກ່າວວ່າ, ຈີນຫວຽດນາມມີເປົ້າໝາຍຍຸດທະສາດທີ່ຄືກັນແລະຜົນປະໂຫຍດຍຸດທະສາດຮ່ວມກັນ, ສອງຝ່າຍຄວນເພີ່ມທະວີການແລກປ່ຽນຄວາມເຫັນດ້ານຍຸດທະສາດ, ເພີ່ມຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງ, ລົງເລິກການຮ່ວມມືແລະຄວາມສາມັກຄີກັນ, ຮັດແໜ້ນມິດຕະພາບລະຫວ່າງປະຊາຊົນສອງຊາດ. ຄວນເປີດກວ້າງການຮ່ວມມືທາງບົກຂອງສອງປະເທດຢ່າງແທ້ຈິງ, ກໍຄວນຄົ້ນຄວ້າຊອງທາງທີ່ຄຸ້ມຄອງແກ້ໄຂຄວາມຂັດແຍ່ງກັນທາງທະເລ.
ມື້ດຽວກັນ, ທ່ານຫງວຽນເຕິນຢຸງ, ນາຍົກລັດຖະມົນຕີຫວຽດນາມແລະທ່ານຫງວຽນເທັນນັນ, ຮອງນາຍົກລັດຖະມົນຕີຫວຽດນາມກໍ່ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານຫວາງອີຢູ່ຮາໂນ້ຍເຊັ່ນກັນ.
