ຕາມຂ່າວCRI:ວັນທີ28ກັນຍານີ້,ງານວາງສະແດງໂລກຊຽງໄຮຈັດກິດຈະກຳວັນຫໍວາງ ສະແດງແຫ່ງຊາດຣັດເຊຍ.ທ່ານຊີຈີ້ນພີງ,ຮອງປະທານປະເທດຈີນ,ທ່ານດມິຕຼິ ເມັດເວເດັຟ,ປະທານາທິບໍດີຣັດເຊຍເຂົ້າຮ່ວມພິທີແລະກ່າວຄຳປາໄສ.
ກ່ອນອື່ນ,ທ່ານຊີຈີ້ນພີງ,ຮອງປະທານປະເທດຈີນໄດ້ສະແດງຄວາມອວຍພອນຕໍ່ການຈັດກິດຈະກຳວັນຫໍວາງສະແດງແຫ່ງຊາດຣັດເຊຍ,ແລະສະແດງຄວາມຍິນດີຕ້ອນຮັບຢ່າງຟົດຟື້ນຕໍ່ການມາເຂົ້າຮ່ວມກິດຈະກຳຂອງທ່ານເມັດເວເດັຟ.ທ່ານກ່າວວ່າ,ຫໍວາງສະແດງ ຣັດເຊຍທີ່ມີຫົວຂໍ້ວ່າ"ຣັດເຊຍໃໝ່:ຕົວເມືອງກັບຄົນ"ແມ່ນໜຶ່ງໃນບັນດາຫໍວາງສະແດງແຫ່ງຊາດທີ່ມີຂະໜາດໃຫຍ່ທີ່ສຸດແລະມີຜູ່ຊົມຫຼາຍທີ່ສຸດໃນງານວາງສະແດງໂລກຊຽງໄຮ,ມັນໄດ້ສະແດງໃຫ້ເຫັນພາບພົດທີ່ມີສະເໜ່ຂອງຕົວເມືອງໜຶ່ງໃນນິທານທີ່ແຕ່ງໂດຍທ່ານນິໂຄໄລ ໂນຊົຟ,ນັກປະພັນຣັດເຊຍໃນເຄິ່ງສະຕະວັດກ່ອນ.ທ່ານກ່າວວ່າ:"ຢູ່ນີ້,ພວກຂ້າພະເຈົ້າໂຊກດີທີ່ໄດ້ຊົມວັດທະນະທຳທີ່ມີປະຫວັດສາດດົນນານແລະສິລະປະການອອກແບບກໍ່ສ້າງທີ່ມີເອກະລັກພິເສດຢ່າງຈະແຈ້ງຂອງຣັດເຊຍ,ໂຊກດີທີ່ໄດ້ເຫັນດ້ານຕ່າງໆຂອງປະເທດໃຫຍ່ດ້ານວິທະຍາສາດເຕັກນິກ,ພະລັງງານແລະການບິນອະວະກາດທີ່ຂ້າມຜ່ານແຜ່ນດິນໃຫຍ່ເອີລົບແລະອາຊີ,ໂຊກດີທີ່ໄດ້ຮູ້ຈັກຄວາມໝັ້ນ ໃຈອັນເດັດດ່ຽວຂອງປະຊາຊົນຣັດເຊຍທີ່ຍຶດໝັ້ນເດີນຕາມເສັ້ນທາງພັດທະນາແບບປະດິດສ້າງແລະຊຸກຍູ້ໃຫ້ປະເທດຫັນເປັນທັນສະໄໝ,ແລະການໄຕ່ຕອງຢ່າງເລິກເຊິ່ງທີ່ມີຕໍ່ການພັດທະນາຕົວເມືອງໃນອະນາຄົດ."
ໃນເວລາກ່າວຄຳປາໄສທ່ານຊີຈິ້ນຜີງຊີ້ອອກວ່າ, ຈີນຣັດເຊຍແມ່ນປະເທດບ້ານໃກ້ເຮືອນຄຽງທີ່ມີສາຍພູແລະແມ່ນ້ຳຕິດຕໍ່ກັນ. ພາຍຫຼັງສ້າງສາຍພົວພັນທາງການທູດ 61 ປີມານີ້, ໂດຍສະເພາະແມ່ນສ້າງການພົວພັນຄູ່ຮ່ວມມືຍຸດທະສາດໃນປີ 1996 ມານີ້,ການພົວພັນລະຫວ່າງຈີນກັບຣັດເຊຍໄດ້ມີການຂະຫຍາຍຕົວໄວແບບບໍ່ເຄີຍມີມາກ່ອນ. ທ່ານກ່າວວ່າ:
"ປະຈຸບັນ, ການພົວພັນລະຫວ່າງຈີນກັບຣັດເຊຍພວມຢູ່ໄລຍະທີ່ດີທີ່ສຸດ. ມື້ວານນີ້, ປະທານຫູຈີນທ່າວແລະປະທານາທິບໍດີເມັດເວເດັຟໄດ້ພົບປະເຈລະຈາຢູ່ປັກກິ່ງຢ່າງສຳເລັດຜົນ, ໄດ້ວາງອະນາຄົດທີ່ດີງາມກວ່າເກົ່າໃກ້ແກ່ການຂະຫຍາຍຕົວຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນກັບຣັດເຊຍ.ພ້ອມກັນນັ້ນ,ພວກເຮົາໄດ້ຮັບຜົນສຳເລັດຮ່ວມກັນແລະຄວາມດີເດັ່ນຂອງງານວາງສະແດງໂລກແລະຫໍວາງສະແດງຣັດເຊຍ, ຮ່ວມກັນໄດ້ຮັບຜົນສຳເລັດອັນອຸດົມສົມບູນຂອງການຮ່ວມມືມິດຕະພາບລະຫວ່າງຈີນກັບຣັດເຊຍ, ຫວັງວ່າພວກເຮົາຈະສາມາດຮ່ວມກັນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຈີນກັບຣັດເຊຍໃຫ້ກ້າວໄປສູ່ລະດັບສູງກວ່າເກົ່າ, ເພື່ອສ້າງຄວາມຜາສຸກໃຫ້ແກ່ປະຊາຊົນສອງປະເທດຕື່ມອີກ."
ທ່ານເມດເວເດຟ ປະທານາທິບໍດີຣັດເຊຍກ່າວໃນຄຳປາໄສວ່າ,ງານວາງສະແດງໂລກຊຽງໄຮແມ່ນງານວາງສະແດງອັນສຳຄັນທີ່ສຸດໃນທົ່ວໂລກ.ທ່ານກ່າວວ່າ:"ງານວາງສະແດງໂລກຄັ້ງນີ້ຈັດຂຶ້ນຢູ່ຊຽງໄຮນັ້ນແມ່ນມີຄວາມໝາຍທີ່ເປັນສັນຍາລັກ.ຊຽງໄຮ້ໄດ້ກາຍເປັນໜຶ່ງໃນສູນກາງວັດທະນະທຳອຸດສາຫະກຳໃຫຍ່ກວ່າໝູ່ຂອງຈີນ,ໄດ້ປະສົມປະສານວັດທະນະທຳເກົ່າແກ່ກັບຄວາມກ້າວໜ້າທັນສະໄໝ.ງານວາງສະແດງໂລກຄັ້ງນີ້ຍັງສະແດງໃຫ້ເຫັນຢ່າງເຕັມທີ່ວ່າ,ຕົວເມືອງໂລກໃນປັດຈຸບັນໄດ້ຫັນປ່ຽນຢ່າງເຖິງຖອງ,ນີ້ກໍ່ໄດ້ສະໜອງໂອກາດອັນດີງາມເພື່ອບັນລຸຄວາມທັນສະໄໝຂອງສັງຄົມເສດຖະກິດ,ການປະດິດຄິດສ້າງໃໝ່ແມ່ນທາງເລືອກຍຸດທະສາດຂອງຣັດເຊຍ,ພວກເຮົາຈະໃຊ້ສຸດກຳລັງເພື່ອພະຍາຍາມບັນລຸເປົ້າໝາຍນີ້."
ໃນກິດຈະກຳສະຫຼອງວັນຫໍແຫ່ງຊາດຣັດເຊຍ,ສິລະປິນທີ່ມາຈາກຣັດເຊຍໄດ້ສະແດງດົນຕີແລະສິລະປະພື້ນເມືອງແລະນຳສະໄໝຂອງປະເທດນຳສະໄໝຂອງປະເທດທີ່ມີມູນເຊື້ອດ້ານສິນລະປະວັນນະຄະດີທີ່ຍິ່ງໃຫຍ່.
ນັບແຕ່ເປີດຫໍວາງສະແດງຣັດເຊຍເປັນຕົ້ນມາ,ໄດ້ມີນັກທ່ອງທ່ຽວ6ລ້ານກວ່າຄົນເຂົ້າຊົມ.ຣັດເຊຍໄດ້ເຜີຍແຜ່ໂຄສະນາ17ເຂດປົກຄອງຂອງຕົນ,ໄດ້ສະແດງລາຍການປະດິດສ້າງໃໝ່ຄືນຳໃຊ້ພະລັງງານໃນທາງສັນຕິ,ເຕັກນິກນາໂນແມັດເປັນຕົ້ນ.