ສະພາ​ມົນຕີ​ໂອ​ລິ​ມປິກ​ອາຊີ​ຕົກລົງ​ວ່າ,ການຈັດ​ເອຊຽນ​ເກ​ມຈະ​ເລື່ອນ​ເວລາ​ໜຶ່ງ​ປີ

(GMT+08:00) 2009-07-04 16:55:43 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ3 ກໍລະກົດ​ນີ້,ກອງ​ປະຊຸມ​ຜູ່​ແທນ​ສະພາ​ມົນຕີ​ໂອ​ລິ​ມປິກ​ອາຊີ​ຄັ້ງ​ທີ28ທີ່​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໄດ້​ຜ່ານ​ຮັບຮອງມະຕິ​ອັນ​ສຳຄັນ,​ເລື່ອນ​ເວລາ​ທີ່​ຈັດ​​ເອຊຽນ​ເກ​ມເຊິ່ງ​ເປັນ​ງານ​ກິລາ​ສັງ​ລວມອັນ​ສຳຄັນ​ກວ່າ​ໝູ່​ຂອງ​ອາຊີ​ໄປ1ປີ,​​​ແຕ່​ປີ2014​ເປັນ​ຕົ້ນ​ໄປ,​ເອຊຽນ​ເກ​ມຈະ​ຫຼຸດ​ລາຍການ​ແຂ່ງຂັນ​ເປັນ35ລາຍການ​ໃຫຍ່.

ມື້​ດຽວ​ກັນ,ສະພາ​ມົນຕີ​ໂອ​ລິ​ມປິກ​ອາຊີ​ອອກ​ຖະ​ແຫຼ​ງການ​ວ່າ,​ເອຊຽນ​ເກ​ມຈະ​ປ່ຽນການ​ຈັດ​​ເອຊຽນ​ເກ​ມກ່ອນ​ງານ​ກິລາ​ໂອ​ລິ​ມປິກ2ປີ​ໃນ​ປະຈຸ​ບັນ​ໃຫ້​ຈັດ​ກ່ອນ1​ໄດ້​ຕົກລົງ​ແລ້ວ.ຍ້ອນ​​ເອຊຽນ​ເກ​ມ2014​​ແມ່ນ​ອິນ​ຊອນ​ຂອງ​ສ.​ເກົາຫຼີ​ເປັນ​ເຈົ້າພາບ,ນີ້​ໝາຍ​ຄວາມ​ວ່າ,​ເອຊຽນ​ເກ​ມ​ທີ່​ຈະ​ຈັດ​ຂຶ້ນ​ໃນ​ປີ2018​ທີ່​ຕົກລົງແຕ່​ເດີມນັ້ນຈະ​ຈັດ​ຂຶ້ນ​ໃນ​ປີ2019.

ໃນ​ຂະນະ​ດຽວ​ກັນ,ງານ​ກິລາ​​ໃນ​ເຮືອນ​ອາຊີ​ແລະ​ງານ​ກິລາ​ອູ​ຊູ້ອາຊີ​ຈະ​ທ້ອນ​ໂຮມເປັນ​ງານ​ກິລາ​ສັງ​ລວມ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>