ນາຍົກ​ໄທ​ຢ້ຽມຢາມ​ກຳປູ​ເຈຍ

(GMT+08:00) 2009-06-12 17:44:30 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວcri:ວັນ​ທີ12 ມິຖຸນາ​ນີ້,ທ່ານ​ອະພິສິດ ​ເວດ​ຊາ​ຊີວະ ນາຍົກລັດຖະມົນຕີ​ໄທ​ໄດ້​ດ້ວຍ​ເຄື່ອງເດີນທາງບິນ​ພິ​ເສດ​ຈາກ​ບາງ​ກອກ​ໄປ​ພະນົມ​ເປັນ,​ເລີ່ມຢຽມຢາມ​ກຳປູ​ເຈຍ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ1ວັນ.

ວັນ​ທີ11 ມິຖຸນາ​ນີ້,ທ່ານ​ອະພິສິດ​ກ່າວ​​ຕໍ່​ນັກ​ຂ່າວ​ຢູ່​ບາງກອກ​ວ່າ,​ໃນ​ໄລຍະ​ຢ້ຽມຢາມ​ກຳປູ​ເຈຍ​ເທື່ອ​ນີ້,ທ່ານ​ຈະ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຮຸນ​ເຊັນ ນາຍົກລັດຖະມົນຕີກຳປູ​ເຈຍ​ກ່ຽວ​ກັບການ​ຊຸກຍູ້​ການ​ພົວພັນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ສອງ​ປະ​ເທດ.​ໃນ​ຂະນະ​ດຽວ​ກັນ,ທ່ານກໍ່​ແຈ້ງ​ໃຫ້​ຮູ້​ວ່າ,ຜູ່​ນຳ​ສອງ​ປະ​ເທດ​ຈະ​ຫາລື​ຢ່າງມິດຕະພາບ​ກ່ຽວ​ກັບ​ບັນຫາການ​ປະ​ທະ​ກັນຢູ່ຊາ​ຍ​ແດນ,​ເພື່ອ​ເພີ່ມ​ຄວາມ​ການ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​,ຫຼີກ​ເວັ້ນ​ເຫດການ​ປະ​ທະ​ກັນ​ເກີດ​ຂຶ້ນ​ອີກທີ່​ຈະ​​ກະທົບ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>