ຫວຽດນາມພົບຜູ່ເປັນພະຍາດໄຂ້ຫວັດໃຫຍ່ສາຍພັນໃໝ່A H1N1ຜູ່ທຳອິດ
-----------------------------------------------------------------------------------------------------------------
ຕາມຂ່າວCRI:ວັນທີ31 ພຶດສະພານີ້,ໜັງສືພິມຫວຽດນາມອ້າງອີງຂ່າວຈາກໂຮງໝໍແຫ່ງໜຶ່ງຂອງນະຄອນໂຮຈິມິນວ່າ,ໂຮງໝໍແຫ່ງນີ້ລາຍງານວ່າມີຜູ່ໜຶ່ງເປັນພະຍາດໄຂ້ຫວັດໃຫຍ່ສາຍພັນໃໝ່ A H1N1.ນີ້ແມ່ນຜູ່ທຳອິດທີ່ເປັນພະຍາດນີ້.ຜູ່ກ່ຽວແມ່ນນັກຮຽນຫວຽດນາມທີ່ຮຽນຢູ່ອາເມລິກາ,ແລະຫາກໍ່ກັບມາຈາກອາເມລິກາ.
ນອກນີ້,ວັນທີ30 ພຶດສະພານີ້,ກະຊວງສາທາລະນະສຸກໄຊປຼັດກໍ່ປະກາດວ່າພົບຜູ່ເປັນພະຍາດໄຂ້ຫວັດໃຫຍ່ສາຍພັນໃໝ່ ຜູ່ທຳອິດ,ຜູ່ເປັນພະຍາດແມ່ນຜູ່ຍິງສັນຊາດຕ່າງປະເທດຜູ່ໜຶ່ງທີ່ຫາກໍ່ກັບຄືນຈາກອາເມລິກາ.
ມາຮອດເວລາ14ໂມງວັນທີ31 ພຶດສະພານີ້ເວລາປັກກິ່ງ,ອົງການອະນາໄມໂລກໄດ້ຢືນຢັນວ່າມີ54ປະເທດແລະພາກພື້ນທົ່ວໂລກທັງໝົດມີຜູ່ທີ່ຖືກຢັ້ງຢືນເປັນພະຍາດໄຂ້ຫວັດໃຫຍ່ສາພັນໃໝ່ 1ໝື່ນ5ພັນ510ຄົນ,ໃນນັ້ນເສຍຊີວິດໄປແລ້ວ99ຄົນ.