ຜູ່ນຳສິງກະໂປແລະມາເລເຊຍເຫັນດີເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງຝ່າຍ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ວັນທີ22 ພຶດສະພານີ້,ທ່ານຫຼີສຽນລົງ ນາຍົກລັດຖະມົນຕີສິງກະໂປໄດ້ພົບປະທ່ານນາຈີບ ຣາຊັກ ນາຍົກລັດຖະມົນຕີມາເລເຊຍທີ່ໄປຢ້ຽມຢາມ.ສອງຝ່າຍເຫັນດີເປັນເອກະສັນກັນເພີ່ມທະວີການພົວພັນ ໄມຕີຈິດຮ່ວມມືລະຫວ່າງສອງຝ່າຍຕື່ມອີກ,ເຫັນວ່າ,ພາຍໃນສະພາບແວດລ້ອມເສດຖະກິດໃນປັດຈຸບັນ,ການເພີ່ມທະວີການຮ່ວມມືລະຫວ່າງສອງປະເທດທີ່ສະໜິດແໜ້ນກວ່າເກົ່າແມ່ນສຳຄັດທີ່ສຸດ.
ໃນງານຖະແຫຼງຂ່າວທີ່ຈັດຂຶ້ນພາຍຫຼັງການເຈລະຈາ,ທ່ານຫຼີສຽນລົງກ່າວວ່າ,ທ່ານໄດ້ດຳເນີນການເຈລະຈາທີ່ມີໝາກຜົນອັນອຸດົມສົມບູນກັບທ່ານນາຈິບທີ່ຢ້ຽມຢາມສິງກະໂປຢ່າງເປັນທາງການເປັນເທື່ອທຳອິດພາຍຫຼັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ,ແລະໄດ້ຫາລືຫົວຂໍ້ການຮ່ວມມືລະຫວ່າງສອງຝ່າຍທີ່ໃນຂົງເຂດອັນກວ້າງຂວາງ.
ຜູ່ນຳສອງປະເທດຍັງກ້າວເຖິງຂັ້ນເປັນເອກະສັນກັນຕໍ່ສິງກະໂປຕັ້ງສະຖານກົງສຸນຢູ່ລັດໂຢໂຮຂອງມາເລເຊຍ.
ໃນເວລາຍາວນານເປັນຕົ້ນມາ,ສິງກະໂປກັບມາເລເຊຍມີການຂັດແຍ້ງກັນເລື້ອຍໆຍ້ອນຫຼາຍບັນຫາຄືສະໜອງນ້ຳ,ງົມທະເລ,ອະທິປະໄຕຂອງເກາະ,ສ້າງຂົວໃຫຍ່ລະຫວ່າງສິງກະໂປກັບມາເລເຊຍ,ໄດ້ກະທົບການຂະຫຍາຍຕົວຢ່າງປົກກະຕິຂອງການພົວພັນລະຫວ່າງສອງປະເທດ.