ນາຍົກຮັກສາການໄທກ່າວວ່າລັດຖະບານຈະເຈລະຈາກັບທ່ານທັກສິນ ຊິນນະວັດ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ວັນທີ1 ເມສານີ້,ທ່ານສຸເທບ ເທືອກສຸບັນ ນາຍົກລັດຖະມົນຕີຮັກສາການ,ຮອງນາຍົກລັດຖະມົນຕີຝ່າຍຄວາມໝັ້ນຄົງຂອງໄທກ່າວວ່າ,ລັດຖະບານໄດ້ກຽມພ້ອມແລ້ວທີ່ຈະເຈລະຈາກັບທ່ານທັກສິນ ຊິນນະວັດ ອະດີດນາຍົກລັດຖະມົນຕີໄທ,ເພື່ອສິ້ນສຸດການເຄື່ອນໄຫວປະທ້ວງທີ່ສະຫະພັນປະຊາທິປະໄຕຕ້ານຜະເດັດການຫຼືກຸ່ມເສື້ອແດງອັດຕັນທຳນຽບລັດຖະບານທີ່ໄດ້ສືບເນື່ອງ1ອາທິດ,ຟື້ນຟູຄວາມສະຫງົບຂອງສະຖານະການການເມືອງຂອງໄທ.
ນີ້ແມ່ນສະຫະພັນປະຊາທິປະໄຕຕ້ານຜະເດັດການຈັດການປະທ້ວງຕ້ານລັດຖະບານຂະໜາດໃຫຍ່ຢູ່ບາງກອກແຕ່ວັນທີ26 ມີນາແລ້ວນີ້ເປັນຕົ້ນມາ,ລັດຖະບານໄທກ່າວວ່າຈະເຈລະຈາກັບທ່ານທັກສິນເປັນເທື່ອທຳອິດ.
ພາຍຫຼັງຈັດກອງປະຊຸມສຸກເສີນຂອງລັດຖະບານ,ທ່ານສຸເທບກ່າວວ່າ,ທ່ານທັກສິນແມ່ນຜູ່ນຳແລະຜູ່ຕັດສິນນະໂຍບາຍຕົວຈິງຂອງການປະທ້ວງຕ້ານລັດຖະບານ,ທ່ານໄດ້ກຽມພ້ອມແລ້ວທີ່ຈະເຈລະຈາກັບທ່ານທັກສິນ,ເຈລະຈາຢູ່ໄທຫຼືຢູ່ຕ່າງປະເທດກໍ່ໄດ້.