ການສົ່ງ ອອກ ຂອງ ປະເທດໄທ ໃນປີ2008 ໄດ້ ເພີ່ມຂຶ້ນ 15,58%
-----------------------------------------------------------------------------------------------------------------
ຕາມ ຂ່າວ CRI: ວັນທີ 21 ເດືອນ ມັງກອນ ນີ້, ອິງຕາມ ຂ່າວ ຈາກ ກະຊວງ ພາ ນິດຂອງ ປະເທດໄທ,ການ ຂາ ອອກ ຂອງ ປະເທດ ໄທໄດ້ ເພີ່ມ ຂຶ້ນ 15,58% ໃນໝົດປີ 2008, ເກີນ ເປົ້າໝາຍໄວ້ ຄື 12,5%.
ຕົວ ເລກ ສະແດງ ໃຫ້ ເຫັນວ່າ, ຍອດ ມູນຄ່າ ສົ່ງອອກ ແມ່ນ 177 ຕື້ 841 ລ້ານ ໂດລາ. ເມື່ອ ທຽບ ໃສ່ ໄລຍະ ດຽວ ກັນ ຂອງ ປີກາຍນີ້ແລ້ວ ໄດ້ ເພີ່ມຂຶ້ນ 15,58%, ຍອດມູນຄ່າ ນຳ ເຂົ້າແມ່ນ178ຕື້653ລ້ານໂດລາ,ເມື່ອ ທຽບໃສ່ ປີກາຍ ນີ້ແລ້ວ ໄດ້ ເພີ່ມຂຶ້ນ27,6%.ຂາດ ດຸນ ການ ຄ້າໝົດປີ ແມ່ນ 812 ລ້ານໂດ ລາ ສະຫະ ລັດ. ໃນນັ້ນ,ຄວາມ ເພີ່ມvຫຼາຍທີ່ສຸດ ແມ່ນ ຜະລິກ ຕະພັນ ສະສິກຳ ແລະ ຜະລິດຕະພັນ ປຸງແຕ່ງ ອື່ອໆ ເຊິ່ງ ໄດ້ເພີ່ມ30,1%.
ແຕ່ວ່າ ນັບຕັ້ງ ແຕ່ ເດືອນ ຜະຈິກ ປີກາຍນີ້ ການສົ່ງ ອອກ ຂອງ ປະເທດ ໄທກໍ່ເລີ່ມ ໜ້ອຍ ລົງ.ກະຊວງ ພານິດ ປະເທດໄທ ຄາດວ່າ,ຍ້ອນ ໄດ້ຮັບ ຜົນກະທົບ ຂອງ ວິກິດການ ການເງິນ,ການ ຂາອອກvຂອງ ປະເທດ ໄທຈະ ປະເຊີນໜ້າ ກັບ ສິ່ງທ້າທາຍ ຢ່າງໜັກ ໜ່ວງ.