ການທາວຫາກອບກູ້ເຮືອຈົມຢູ່ນ້ຳຊູລາເວຊີຂອງອິນໂດເນເຊຍໄດ້ສິ້ນສຸດລົງ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ຕອນຄ່ຳວັນທີ20 ມັງກອນນີ້,ການທາວຫາກອບກູ້ເຮືອຈົມຂອງອິນໂດເນເຊຍຢູ່ເຂດທະເລໃກ້ມາເຈເນເກາະຊູລາເວຊີໄດ້ສິ້ນສຸດລົງແລ້ວ.ເຈົ້າໜ້າທີ່ກອງກອບກູ້ຊູລາເວຊີໃຕ້ປະກາດວ່າ,ກອງກອບກູ້ແລະຊາວຫາປາທ້ອງຖິ່ນໄດ້ກອບກູ້ເອົາ35ຄົນລວມທັງນາຍເຮືອ,ຊອກຫາສົບຜູ່ເສຍຊີວິດໄດ້9ຄົນ.
ຕອນເຊົ້າວັນທີ11 ມັງກອນນີ້,ເຮືອບັກລຳໜຶ່ງທີ່ແລ່ນຈາກເກາະຊູລາເວຊີໄປຫາຊຳມະລິນດາແຂວງກາລີມັນຕັນໃຕ້ໄດ້ປະສົບລົມພາຍຸແລະຈົມນ້ຳຢູ່ເຂດທະເລໃກ້ມາເຈເນ.ຕາມລາຍຊື່ຜູ່ໂດຍສານເຮືອບັກ,ຢູ່ເທິງເຮືອມີຜູ່ໂດຍສານ250ຄົນແລະລູກເຮືອ17ຄົນ.ແຕ່ໂຄສົກກະຊວງຄົມມະນາຄົມອິນໂດເນເຊຍກ່າວວ່າ,ໃນເວລານັ້ນຢູ່ເທິງເຮືອລວມມີ370ຄົນ.
ວັນທີ21 ມັງກອນນີ້,ສື່ມວນຊົນອິນໂດເນເຊຍລາຍງານວ່າ,ຍ້ອນວ່າມີ100ກວ່າຄົນບໍ່ຢູ່ໃນບັນຊີລາຍຊື່ຜູ່ໂດຍສານ,ສະນັ້ນຈຶ່ງບໍ່ຮູ້ວ່າຜູ່ປະສົບໄພມີຈັກຄົນແທ້.