ນາຍົກ​ໄທ​ ຕ້ອນຮັບເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​​ໄທ

(GMT+08:00) 2008-12-18 16:51:28 cri
-----------------------------------------------------------------------------------------------------------------

ຕາມ​ຂ່າວCRI:  ວັນ​ທີ 18 ທັນວາ​ນີ້ ,ຢູ່ທີ່​ນະຄອນຫຼວງ​ບາກ​ກອກ​ຂອງ​ໄທ,  ທ່ານອະພິສິດ ເວດຊາຊີວະ  ນາຍົກລັດຖະມົນຕີ​ໄທ​ໄດ້ຕ້ອນຮັບ​ການ​ເຂົ້າຢ້ຽມ​ຄຳນັບ​ຂອງ​ທ່ານ​ຈັ່ງ​ຈິ​ວຮວນ  ເອກ​ອັກຄະ​ລັດຖະທູດ​ຈີນ​ປະຈຳ​​ໄທ,  ທ່ານ​ເອກອັກຄະ​ລັດຖະທູດຈັ່ງ​ຈິ​ວຮວນ ​ມອບ​​​​ໂທລະ​ເລກ​ອວຍພອນ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ  ນາຍົກລັດຖະມົນຈີນ​​​ໃຫ້ທ່ານອະພິສິດ ເວດຊາຊີວ.


ໃນ​ໂທລະ​ເລກ​ອວຍພອນ, ທ່ານ​ເວີ່​ນ​ເຈ່ຍ​ປາວ​ກ່າວ​ວ່າ, ຍິນ​ດີ​ຮ່ວມ​ກັນ​ກັບ​ທ່ານອະພິສິດທຳ​ຄວາມ​ພະຍາຍາມຮ່ວມ​ກັນ, ຊຸກ​ຍູ້​ໃຫ້ການ​ຮ່ວມ​ມື​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ໃຫມ່​ຢ່າ​ງບໍ່​ຢຸດ​ຢັ້ງ, ປະກອບສ່ວນ​ອັນ​ຕັ້ງຫນ້າ​ເຂົ້າ​​ໃນ​ສັນຕິພາບ ຄວາມ​ຫມັ້ນຄົງ​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ​ໃນ​ພາກ​ພື້ນນີ້.


ທ່ານອະພິສິດ ​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ​ຕໍ່​ຄຳອວຍພອນ​ຂອງ​ທ່ານ​ເວີ່ນ​ເຈ່ຍ​ປາວ.  ທ່ານ​ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ຜົນ​ສຳ​ເລັດ​ຂອງ​ຈີນ​ທີ່​ໄດ້​ຮັບ​ນັບ​ແຕ່​ປະຕິ​ຮູບ​ແລະ​ເປີດ​ປະຕູ​ສູ່​ພາຍ​ນອກ​ໃນ 30 ປີ​ມາ​ນີ້. ທ່ານອະພິສິດ ​ກ່າວ​ວ່າ, ລັດຖະບານ​ໄທ​ຍິນ​ດີຮ່​ວມກັນກັບ​ລັດຖະບານ​ຈີນ, ສືບ​ຕໍ່​ຊຸກຍູ້​​ ​ການ​ພົວພັນ​ລະຫວ່າ​ງຈີນ​ກັບ​ໄທ​​ໃຫ້​ຂະຫຍາຍຕົວຢ່າງ​ບໍ່ຢຸດ​ຢັ້ງ, ​ເພີ່ມ​ທະວີ​ການ​ຮ່ວມ​ມືກັນ​ທາງ​ຍຸດ​ທະ​ສາດ​ລະຫວ່າງ​ສອງ​ຝ່າຍ​ໃນ​ຂົງ​ເຂດ​ຕ່າງໆ, ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່ປະ​ຊາຊົນ​ທັງ​ສອງ​ປະ​ເທດ,ແລະ ປະກອບສ່ວນ​ອັນຕັ້ງຫນ້າ​ເຂົ້າ​ໃນ​ສັນຕິພາ​ບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ແລະ​ໂລກ.
 

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>