ທ່ານ​ຫູ​ຈີນ​ທາວ​ເລີ່​ມຢ້ຽມຢາມ​ອາ​ເມ​ລິ​ກາ​ແລະ​ເອີ​ລົບ

(GMT+08:00) 2008-11-14 18:22:54 cri
-----------------------------------------------------------------------------------------------------------------

ວັນ​ທີ 14 ພະຈິກ​ນີ້, ທ່ານ​ຫູ​ຈີນ​ທາວ​ ປະທານ​ປະ​ເທດ​ຈີນ​​ໄດ້ເດີນທາງ​ອອກ​ຈາກ​ປັກ​ກິ່ງ, ​ເລີ່​ມຢ້ຽມຢາມ​ຕ່າງປະ​ເທດ​ເປັນ​ເວລາ​ສອງ​ອາທິດ. ​ໃນ​ໄລຍະຢ້ຽມຢາມ, ທ່ານ​ຫູ​ຈີນ​ທາວ​ຈະ​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ 20 ປະ​ເທດຫຼື​ຈີ20, ກອງ​ປະຊຸມ​ສຸດ​ຍອດ​ຜູ້ນຳ​ອົງການ​​ເອ​ເບັກ,​ແລະ​ຈະ​ໄປ​ຢ້ຽມຢາມ​ກົສຕາ​ລີ​ກາ, ກູ​ບາ​, ​ເປ​ຣູ​ແລະ​ເກຼັກ. ການ​​ໄປ​ຢ້ຽມຢາມ​ຂອງ​ຜູ້ນຳ​ສູງ​ສຸດ​ຂອງ​ຈີນເທື່ອ​ນີ້ບໍ່ພຽງ​ແຕ່​ຈະ​ສະ​ແດງຫຼັກໝັ້ນ​ແລະ​ຈຸດ​ຢືນ​ຂອງ​ຈີນຕໍ່​ບັນຫາ​ສຳຄັນ​ຂອງສາກົນ, ເຊັ່ນ​ ວິ​ກິດ​ການ​ການ​ເງິນ​ແລະ​ອື່ນໆ, ພ້ອມ​ທັງ​ຈະ​ເປັນ​ການ​ຂະຫຍາຍການ​ພົວພັນ​ສອງ​ຝ່າຍ​ລະຫວ່າງ​ຈີນ​ກັບປະ​ເທດ​ທີ່​ກ່ຽວຂ້ອງ​ໃນ​ອະນາຄົດ.

ນະຄອນຫຼວງ​ວໍ​ຊິງ​ຕັນຂອງ​ອາ​ເມ​ລິ​ກາ​ແມ່ນ​​ແຫ່ງ​ທຳ​ອິດ​ທີ່ທ່ານ​ຫູ​ຈີນ​ທາວ​ຈະ​ເດີນທາງ​​ໄປ​ຮອດເທື່ອ​ນີ້. ຕອນ​ເຊົ້າ​ວັນ​ທີ 15 ພະຈິກ​ເວລາ​ທ້ອງຖິ່ນ, ກອງ​ປະຊຸມ​ຕະຫຼາດການ​ເງິນ​ກຸ່ມ 20 ປະ​ເທດ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ເສດຖະກິດ​ໂລກ​ຈະ​ຈັດ​ຂຶ້ນ​ຢູ່​ບ່ອນ​ນັ້ນ. ​ໃນຖານະ​ເປັນ​ປະ​ເທດ​ພວມ​ພັດທະນາ​ທີ່​ໃຫຍ່​ກວ່າ​ໝູ່, ຫຼັກໝັ້ນ​ແລະ​ທ່າ​ທີ​ຂອງ​ຈີນ​ໃນ​ກອງ​ປະຊຸມ​ຈະ​ໄດ້ຮັບຄວາມສົນ​ໃຈ​ເປັນ​ພິ​ເສດ.

ຫວ່າງ​ມໍ່ໆ​ນີ້, ທ່ານ​ເຮີ​ຢ້າ​ເຟີ​ຍ, ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ໄດ້​ແຈ້ງ​ຈຸດ​ຢືນ​ພື້ນຖານ​ຂອງ​ຈີນໃນ​ກອງ​ປະຊຸມ​ສຸດ​ຍອດ​ຕໍ່​ວິທະຍຸ​ພວກ​ເຮົາ, ທ່ານ​ກ່າ​ວວ່າ:

"ພວກ​ເຮົາ​ຕ້ອງ​ເອົາ​ໃຈ​ໃສ່ນຳ​ສະພາບ​ການ​ຂອງປະ​ເທດ​ທີ່​ພວມ​ພັດທະນາ, ​ໂດຍ​ສະ​​ເພາະ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​ກວ່າໝູ່. ພວກ​ເຮົາ​ກໍ່​ຈະ​ກ່າວ​ເນັ້ນ​ວ່າ, ຝ່າຍ​ຕ່າງໆ​ຕ້ອງ​ຮັບຜິດຊອບ, ສົມມຸດ​ວ່າ, ​ໃນ​ເວລາປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ, ປະ​ເທດ​ທີ່ພັດທະນາ​ແລ້ວ​ທີ່​ສຳຄັນຕ້ອງ​ພິຈາລະນາຜົນ​ສະທ້ອນ​ຕໍ່​ເສດຖະກິດ​ໂລກ, ​ແລະ​ຜົນ​ສະທ້ອນ​ຕໍ່​ປະ​ເທດ​ອື່ນໆ, ​ໂດຍ​ສະ​ເພາະ​ແມ່ນປະ​ເທດ​ທີ່​ພວມ​ພັດທະນາ."

ທ່ານ​ກ່າວ​ວ່າ, ຈີນ​ເຫັນ​ວ່າ, ກອງປະຊຸມ​ສຸດ​ຍອດ​ແມ່ນ​ການ​ເລີ່ມຕົ້ນອັນດີງາມ​​ທີ່​ປະ​ເທດ​ສຳຄັນ​ໃນ​ໂລກ​ປະສານ​ສົມທົບ​​ເປັນ​ເອກະສັນ​ກັນຮັບ​ມື​ກັບ​ການ​ທ້າ​ທາຍ, ປະ​ເທດຮ່ວມ​ປະຊຸມ​ຄວນ​ໃຊ້​ມາດ​ຕະການ​ໄລຍະ​ສັ້ນ​ເພື່ອຟື້ນ​ຟູ​ຄວາມໝັ້ນ​ໃຈ​ຕໍ່ຕະຫຼາດ, ​ເພີ່ມ​ທະວີ​ການ​ຕິດຕາມ​ຄຸ້ມ​ຄອງ​ການ​ເງິນ, ​ພ້ອມ​ທັງ​ພິຈາລະນາແລະ​ວາງ​ແຜນ​ຕໍ່​ການ​ປະຕິຮູບ​ລະບົບ​ການ​ເງິນ​ສາກົນ.

ທ່ານ​ເຮີ​ຢ້າ​ເຟີ​ຍກ່າວ​​ເນັ້ນ​ວ່າ, ຝ່າຍ​ຕ່າງໆ​ທີ່​ກ່ຽວຂ້ອງຄວນ​ວາງ​ແຜນການ​ການ​ປະຕິຮູບ​ລະບົບ​ການ​ເງິນ​ສາກົນ​ດ້ວຍ​ທ່າ​ທີ​ເປີດ​ກວ້າງ,​ແລະຄວນ​​ຮັບຮູ້ວ່າ, ການ​ປະຕິຮູບ​ນີ້​ບໍ່​ແມ່ນ​ຈະ​ສຳ​ເລັດຜົນ​ໃນ​ບາດ​ດຽວ​ໂລກ​,ຕ້ອງ​ໃຊ້​ເວລາ​ຍາວ​ນານ.

"ຈີນ​ຫວັງ​ໃຫ້​ດຳ​ເນີນ​ການ​ປະຕິຮູບ​ທີ່​ບັງ​​ເກິ​ດຜົນ​ຮອບດ້ານ​ຕໍ່​ລະບົບ​ການ​ເງິນ​ສາກົນ​ໂດຍ​ຜ່ານ​ການ​ເປິກສາຫາລື​ຢ່າງຈິງ​ຈັງ, ​ເພື່ອສ້າງລະ​ບົບ​ການ​ເງິນ​ສາກົນ​ທີ່​ຍຸດຕິ​ທຳ, ຜ່ອນ​ສັ້ນ​ຜ່ອນ​ຍາວ​ແລະ​ເປັນ​ລະບົບ."

ນັບ​ແຕ່​ວັນ​ທີ 22 ຫາ​ວັນ​ທີ 23 ພະຈິກ​ນີ້, ກອງ​ປະຊຸມທີ່​ບໍ່​ເປັນ​ທາງ​ການ​ຂອງ​ຜູ້ນຳ​ອົງການ​ເອ​ເປັກ​ເທື່ອ​ທີ 16 ຈະ​ຈັດ​ຂຶ້ນ​ຢູ່​ເປ​ຣູ. ​ໂດຍ​ປະ​ເຊີນໜ້າ​ກັບ​ວິ​ກິດ​ການ​ການ​ເງິນ​ທີ່​ກະ​ທົບ​ທົ່ວ​ໂລກ, ​ແລະບັນຫາ​ສຳຄັນ​ຕ່າງໆທີ່​ນັບ​ມື້​ນັບໜັກໜ່ວງ​ຂຶ້ນ, ​ເຊັ່ນ​: ຄວາມ​ປອດ​ໄພ​ຂອງ​ອາຫານ​ແລະ​ພະລັງງານ​ ​ເປັນ​ຕົ້ນ, ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ທີ່​ສຳຄັນ​ກວ່າໝູ່​ໃນ​ພາກ​ພື້ນ​ອາຊີ​ປາຊິ​ຟິກຈະ​​ໃຫ້​ຄຳ​ໝັ້ນ​ສັນຍາ​ໃໝ່​ແກ່ການ​ພັດທະນາ​ອາຊີ​ປາຊິ​ຟິກ​ແນວ​ໃດນັ້ນ, ທຸກ​ຝ່າຍ​ສົນ​ໃຈ​ນໍາຫລາຍ, ​ໃນ​ຖາ​ນະ​ເປັນໜຶ່ງ​ໃນ​ສະມາຊິກ​ທີ່​ສຳຄັນ, ທັດສະນະ​ຂອງ​ຈີນ​ກໍ່​ຈະເຮັດ​ໃຫ້ຝ່າຍ​ຕ່າງໆ​ສົນ​ໃຈ​ນຳ​ຄື​ກັນ. ຫວ່າງ​ມໍ່ໆ​ນີ້, ທ່ານ​ເຮີ​ຢ້າ​ເຟີ່ຍ ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ:

"​ໃນ​ກອງ​ປະຊຸມ​ຜູ້ນຳທີ່​ບໍ່​ເປັນ​ທາງ​ການ, ທ່ານ​ປະທານ​ຫູ​ຈີນ​ທາວ​ຈະ​ສະ​ແດງ​ທັດສະນະ​ແລະ​ຈຸດ​ຢືນ​ຂອງ​ຈີນ​ທີ່​ມີ​ຕໍ່ບັນຫາ​ສຳຄັນ​ຕ່າງໆ​ໃນ​ປະຈຸ​ບັນ, ​ເຊັ່ນ: ສະພາບການ​​ເສດຖະກິດ​ການ​ເງິນ​ສາກົນ​ແລະ​ຄວາມ​ປອດ​ໄພ​ດ້ານອາຫານ​ແລະ​ພະລັງງານ, ​ແລະ​ຈະສະ​ເໜີ​ຂໍ້​ລິ​ເລີ່​ມຕໍ່​ການ​ຊຸກ​ຍູ້ການຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ຂອງອົງການ​ເອ​ເ​ບັກ". ​ໃນ​ກອງ​ປະຊຸມ​ສົນທະນາ​ລະຫວ່າງ​ຜູ້ນຳ​ກັບ​ຜູ້​ແທນ​ຄະນະ​ກຳມະການ​ບໍລິຫານ​ງານ​ທີ່​ເປິກສາ​ອຸດສາຫະກຳ​ການ​ຄ້າ​ຂອງອົງການ​ເອ​ເປັກ, ທ່ານ​ປະທານ​ຫູ​ຈີນ​ທາວ​ຈະ​​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກັບ​ວົງ​ການ​ອຸດສາຫະກຳ​ການ​ຄ້າກ່ຽວ​ກັບ​ບັນຫາ​ຕ່າງໆທີ່​ວົງ​ການ​ຕ່າງໆ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ, ​ເຊັ່ນ: ​ເສດຖະກິດ​ແລະ​ການ​ເງິນ​ເປັນ​ຕົ້ນ."
​ເມື່ອ​ທຽບ​ໃສ່ກອງ​ປະຊຸມ​ສຸດ​ຍອດ​ສອງ​ຄັ້ງ​ນີ້, ທ່ານ​ຫູ​ຈີນ​ທ່າວ​ໄປ​ຢ້ຽມຢາມ​ສາມ​ປະ​ເທດ​ອາ​ເມ​ລິ​ກາ​ລາ​ຕິນ​ແລະ​ເກຼັກ​ເທື່ອ​ນີ້​ກໍ່​ເປັນໜ້າ​ເອົາ​ໃຈ​ໃສ່​ຄື​ກັນ. ກະຊວງ​ການ​ຕ່າງປະ​ເທດ​ຈີນ​ເຜີຍ​ໃຫ້ຮູ້​ວ່າ, ​ໃນ​ໄລຍະ​ຢ້ຽມຢາມ​ຂອງ​ທ່ານ​ຫູ​ຈີນ​ທາວ, ສອງ​ຝ່າຍ​ຈະ​ເຊັນ​ເອກະສານ​ການຮ່ວມ​ມື​ໃນຫຼາຍຂົງ​ເຂດ, ​ເຊັ່ນ: ​ເສດຖະກິດ​ການ​ຄ້າ, ການ​ເງິນ, ພະລັງງານ, ການ​ສຶກສາ, ວິທະຍາສາດ​ເຕັກນິກ​ເປັນ​ຕົ້ນ, ​ເພື່ອ​​ເປີດ​ກວ້າງ​ການຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ໄດ້ຮັບ​ຜົນ​ປະ​ໂຫຍ​ດຕື່ມ​ອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>