ການແຂ່ງຂັນຂອງງານກິລາໂອລິມປິກຄົນພິການປັກກິ່ງເຂົ້າສູ່ມື້ທີ5 ນັກກິລາອາຊີຕາເວັນອອກສຽງໃຕ້ສ້າງຜົນງານດີເດັ່ນ
(GMT+08:00) 2008-09-11 20:37:58 cri
-----------------------------------------------------------------------------------------------------------------

ຕາມຂ່າວCRI,ໃນການແຂ່ງຂັນຍິງທະນູທ່າຢືນເພດຊາຍຮອບຄັດເລືອກ16ຄົນສຸດທ້າຍທີ່ດຳເນີນໃນຕອນເຊົ້າວັນທີ11ກັນຍານີ້,ທ້າວສາກົນອິນແກ້ວ ນັກກິລາໄທໄດ້ສ້າງຜົນງານດີ,ໄດ້ເຂົ້າແຂ່ງຂັນໃນຮອບຕໍ່ໄປໂດຍເອົາຊະນະນັກກິລາຍີ່ປຸ່ນ.
ໃນສະໜາມກິລາ ແລ່ນແລະລານທີ່ ແຂ່ງຂັນຢ່າງດຸເດືອດ,ນັກກິລາອາຊີຕາເວັນອອກສຽງໃຕ້ກໍ່ໄດ້ສ້າງຜົນງານດີ.ໃນການແຂ່ງຂັນແລ່ນ800ແມັດT54ເພດຊາຍຮອບທຳອິດ,ທ້າວປະຫວັດ ນັກກິລາໄທເປັນທີ2ໃນຈຸ,ສ່ວນນັກກິລາໄທອີກຜູ່ໜຶ່ງຄືຂະຈອນສັກ ເປັນທີ3.
ໃນການແຂ່ງຂັນແລ່ນ200ແມັດT11ເພດຊາຍຮອບທຳອິດ,ທ່ານດ່າວວັນຄຽງ ນັກກິລາຫວຽດນາມເປັນທີ3ໃນຈຸ.
ໃນການແຂ່ງຂັນຍົກນ້ຳໜັກເພດຊາຍລຸ້ນ56ກິໂລທີ່ສິ້ນສຸດລົງໃນຕອນບ່າຍວັນທີ11ກັນຍານີ້,ທ້າວທອງສາມາລາສີ ນັກກິລາໄທເຖິງວ່າ ຍົກນ້ຳໜັກເທົ່າກັນກັບນັກກິລາສເກົາຫຼີກໍ່ຕາມ,ແຕ່ໜ້າເສຍດາຍນັ້ນແມ່ນນັກກິລາສເກົາຫຼີໄດ້ປຽບຍ້ອນນ້ຳໜັກຮ່າງກາຍເບົາກວ່າ,ທ້າວທອງສາຈິ່ງໄດ້ເປັນທີ4.
ໃນການແຂ່ງຂັນຊັດຫຼາວເພດຍິງລຸ້ນF57/58ຮອບຊິງຊະນະເລີດ,ນາງຫງວນທີໄຫ ນັກກິລາຫວຽດນາມໄດ້ທີ4.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ