ສະ​ໜາມ​ບິນ​ຫາດ​ໃຫຍ່​ທີ່​ຢູ່​ພາກ​ໃຕ້​ຂອງ​ໄທ​ເປີດ​ຄືນ​ໃໝ່

(GMT+08:00) 2008-08-30 19:59:44 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິ່ນຮວາ: ຕອນ​ເຊົ້າ​ວັນ​ທີ 30 ສິງຫາ​ນີ້, ສະໜາມ​ບິນ​ສາກົນ​ຫາດ​ໃຫຍ່ ທີ່​ຢູ່ພາກ​ໃຕ້​ຂອງ​ໄທທີ່ຖືກ​ປິດ​ຍ້ອນ​ຖືກ​ຜູ້ປະ​ທ້ວງ​ຕໍ່ຕ້ານ​ລັດຖະບານ​ໂຈມ​ຕີ​ແລະ​ປິດ​ລ້ອມ​ໃນ​ວັນ​ທີ 29 ສິງຫາ​ນີ້​ໄດ້​ເປີດ​ຄືນ​ໃໝ່, ສ່ວນ​ສະໜາມ​ບິນ​ສາກົນ​ພູ​ເກັດ​ແລະ​ກະບີ​ທີ່ຖືກ​ປິດ​ຍ້ອນ​ສາ​ເຫດ​ດຽວ​ກັນ, ປະຈຸ​ບັນ, ຍັງ​ປິດ​ຢູ່.

ວັນ​ທີ 29 ສິງຫາ​ນີ້, ຜູ້​ສະໜັບ​ສະ​ໜູນ​ພັນທະ​ມິດ​ປະຊາຊົນ​ເພື່ອ​ປະຊາ​ທິ​ປະ​ໄຕໂຈມ​ຕີ​ແລະ​ປິດ​ລ້ອມ​ສະໜາມ​ບິນ​ສາກົນ​ພູ​ເກັດ, ຫາດ​ໃຫຍ່​ແລະກະບີ ທີ່​ຢູ່​ພາກ​ໃຕ້​ຂອງ​ໄທ, ​ເພື່ອ​ສະໜັບ​ສະໜູນ​ການ​ສະ​ແດງ​ກຳລັງ​ຕໍ່ຕ້ານ​ລັດຖະບານ​ທີ່​ພັນ​ທະ​ມິດ​ປະຊາຊົນ​ເພື່ອ​ປະຊາ​ທິປະ​ໄຕ​ຈັດ​ຂຶ້ນຢູ່​ນະຄອນ​ຫຼວງ​ບາງກອກ. ​ເກາະ​ພູ​ເກັດ, ນະຄອນ​ຫາດ​ໃຫຍ່​ແລະ​ຈັງຫວັດ​ກະບີ​ແມ່ນ​​ແຫຼ່ງທ່ອງ​ທ່ຽວ​ທີ່​ມີ​ຊື່ສຽງ​ຂອງ​ໄທ, ສະໜາມ​ບິນ 3 ​ແຫ່ງ​ນີ້​ແມ່ນ​ຊ່ອງ​ທາງ​ສຳຄັນ​ທີ່ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ​ເຂົ້າ​ອອກ​ພາກ​ໃຫ້​ຂອງ​ໄທ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>