ການ​ເລືອກຕັ້ງ​ທົ່ວ​ໄປ​ຄັ້ງ​ທີ4​ຂອງ​ກຳປູ​ເຈຍ​ເລີ່​ມປ່ອນ​ບັດ

(GMT+08:00) 2008-07-27 16:40:30 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ວັນ​ທີ27​ກໍລະກົດ​ນີ້,ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ທີ4​ຂອງ​ກຳປູ​ເຈຍ​ດຳ​ເນີນ​ຢ່າງຮອບດ້ານ​ໃນ​ຂອບ​ເຂດທົ່ວ​ປະ​ເທດ.

ຕອນ​ເຊົ້າ​ມື້ດຽວ​ກັນ,ທ່ານ​ຮຸນ​ແຊນ ນາຍົກ​ລັດຖະ​ມົນຕີ​ກຳປູ​ເຈຍ​ໄດ້​ໄປ​ສະຖານີ​ປ່ອນ​ບັດ​ແຫ່ງ​ໜຶ່ງ່ທີ່​ໃກ້​ກັບ​ທີ່​ພຳນັກ​ຂອງ​ທ່ານ​ຢູ່​ແຂວງ​ກັນ​ດາຣ໌.ທ່ານ​ກ່າວ​ວ່າຫວັງ​ໃຫ້ການ​ປ່ອນ​ບັດ​ເລືອກ​ຕັ້ງ​ເທື່ອນີ້​ແລະ​ການ​ນັບ​ບັດ​ຈະ​ດຳ​ເນີນ​ໄປ​ຢ່າງ​ສະຫງົບ.

ການ​ເລືອກ​ຕັ້ງ​ທົ່ວ​ໄປ​ເທື່ອ​ນີ້​ຈະ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຊຸດ​ໃໝ່,​ແລ້ວ​ປະກອບ​ລັດຖະບານ​ລາຊະ​ອານາຈັກ​ຊຸດ​ໃໝ່.ລວມມີ​ພັກ​ການ​ເມືອງ11​ພັກ​ເຂົ້າ​ຮ່ວມ​ການ​ເລືອກ​ຕັ້ງ,​ເພື່ອ​ແຂ່ງ​ເອົາ123​ທີ່​ນັ່ງ​ໃນ​ສະພາ.ຄະນະ​ກຳມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ​ກຳປູ​ເຈຍ​ຈະ​ສະ​ເຫຼີ​ຍ​ຜົນ​ການ​ເລືອກ​ຕັ້ງ​ເບືອ​ງຕົ້ນ​ໃນ​ວັນ​ທີ28​ກໍລະກົດ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>