ADB​ຄາດ​ຄະ​ເນ​ວ່າ, ຈັງ​ຫວະ​ເຕີບ​ໂຕ​ຂອງ​ອົງ​ກອນ​ເສດ​ຖະ​ກິດ​ຕະ​ຫຼາດ​ຈະ​ເລີນ​ໃໝ່​ອາ​ຊີ​ຕາ​ເວັນ​ອອກ​ຈະ​ຊ້າ​ລົງ

(GMT+08:00) 2008-07-22 19:28:42 cri
-----------------------------------------------------------------------------------------------------------------
ຕາມຂ່າວ​ສານຊິນ​ຮວາ:​ວັນທີ​22​ກໍລະກົດ​ນີ້,ທະນາຄານ​ພັດ​ທະ​ນາ​ອາຊີ​ຫຼື​ADBທີ່​ມີ​ສຳນັກງານ​ໃຫຍ່​ຕັ້ງ​ຢູ່​ມາ​ນີ​ລາ​ເຜີຍ​ແຜ່​ບົດ​ລາຍ​ງານ​ວ່າ, ຍ້ອນ​ຖືກ​ຜົນກະທົບ​ຈາກ​ປັດໄຈ​ຕ່າງໆ​ຄື​ລາຄາ​ນ້ຳມັນ​ເຊື້ອ​ໄຟ​ແລະ​ລາ​ຄາ​ທອາ​ຫານ​ສາກົນ​ຖີບ​ສູງ​ຂຶ້ນ​ຢ່າງ​ຫຼວງຫຼາຍ, ຄາດວ່າ, ໃນປີ​2008​ແລະ​ປີ​2009,​ຈັງຫວະ​ເຕີບໂຕ​ຂອງ​ອົງກອນ​ເສດ​ຖະກິດ​ຕະຫຼາດ​ຈະເລີນ​ໃໝ່​ອາຊີ​ຕາເວັນອອກ​ຈະ​ແມ່ນ7,6%, ຕ່ຳ​ກວ່າ​9%ໃນ​ປີ 2007.

ບົດລາຍງານ​ໄດ້​ກ່າວ​ເຕືອນ​ໄພ​ເງີນເຟີ້​ທີ່​ອົງກອນ​ເສດຖະກິດ​ຕະຫຼາດ​ຈະເລີນ​ໃໝ່​ອາຊີ​ຕາເວັນອອກ​ປະເຊີນ,​ແລະ​ຮຽກຮ້ອງ​ໃຫ້​ອົງກອນ​ເສດຖະກິດ​ເຫຼົ່ານີ້​ຈົ່ງ​ໃຊ້​ນະໂຍບາຍ​ເງີນຕາ​ທີ່​ຮັດກຸມ,​ເພື່ອ​ປ້ອງກັນ​ບໍ່ໃຫ້​ໄພເງີນເຟີ້​ຮ້າຍແຮງ​ຂຶ້ນ​ຕື່ມອີກ.

ບົດ​ລາຍງານ​ຍັງ​ສະເໜີ​ໃຫ້​ອົງກອນ​ເສດຖະກິດ​ເຫຼົ່ານີ້​ວາງນະໂຍບາຍ​ການເງິນ​ທີ່​ເໝາະສົມ,ເພື່ອ​ຫຼຸດຜ່ອນ​ຜົນກະທົບ​ທີ່​ມີ​ຕໍ່​ປະຊາກອນ​ຜູ້​ທຸກຍາກ​ຍ້ອນ​ລາຄາ​ອາຫານ​ແລະ​ນ້ຳມັນເຊື້ອ​ໄຟ​ແພງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>