ກຳປູເຈຍສົ່ງຈົດໝາຍກ່ຽວກັບບັນຫາພະວິຫານໄປຍັງສະພາຄວາມໝັ້ນຄົງສະຫະປະຊາຊາດ
(GMT+08:00) 2008-07-20 18:43:44 cri
-----------------------------------------------------------------------------------------------------------------

ຕາມຂ່າວສານຊິນຮວາ,ວັນທີ20ກໍລະກົດນີ້,ທ່ານຄີວກັນຍາຣັດ ລັດຖະມົນຕີວ່າການກະຊວງຖະແຫຼງຂ່າວທັງເປັນໂຄສົກລັດຖະບານກຳປູເຈຍກ່າວວ່າ,ກຳປູເຈຍໄດ້ສົ່ງຈົດໝາຍໄປຍັງສະພາຄວາມໝັ້ນຄົງສະຫະປະຊາຊາດແລ້ວໂດຍກ່າວວ່າກອງທະຫານໄທໄດ້ຮຸກຮານເຂົ້າດິນແດນກຳປູເຈຍທີ່ຢູ່ໃກ້ກັບຜາສາດພະວິຫານ.
ທ່ານຄີວກັນຍາຣັດກ່າວວ່າ,ຜູ່ຕາງໜ້າກຳປູເຈຍປະຈຳສະຫະປະຊາຊາດໄດ້ສົ່ງຈົດໝາຍກ່ຽວກັບເລື່ອງນີ້ໄປຍັງປະທານສະພາຄວາມໝັ້ນຄົງແລະປະທານສະມັດຊາໃຫຍ່ສະຫະປະຊາຊາດເພື່ອພາໃຫ້ພວກເພີ່ນເອົາໃຈໃສ່ນຳສະຖານະການຢູ່ຊາຍແດນກຳປູເຈຍໄທໃນປັດຈຸບັນ.ແຕ່ທ່ານກ່າວວ່າ,ກຳປູເຈຍບໍ່ແມ່ນຮຽກຮ້ອງໃຫ້ສະຫະປະຊາຊາດເຂົ້າແຊກເລື່ອງນີ້.ທ່ານຄີວກັນຍາຣັດຫວັງໃຫ້ກຳປູເຈຍແລະໄທແກ້ໄຂຄວາມຂັດແຍ່ງດ້ານດິນແດນໂດຍສັນຕິ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ