ວຽກ​ງານ​ກຳ​ຈັດ​ຄວາມ​ອັນ​ຕະ​ລາຍ​ຂອງ​ເວີງ​ນ້ຳ​ຫົ້ງ​ແຂວງ​ເສ​ສວນ​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ

(GMT+08:00) 2008-06-19 16:22:35 cri
-----------------------------------------------------------------------------------------------------------------
ຕາມ​ຂ່າວສານ​ຊິນ​ຮວາ,ຕອນ​ຄ່ຳ​ວັນ​ທີ18​ມີ​ຖຸນາ​ນີ້,ພະ​ແນ​ກຊົນລະ​ປະທານ​ແຂວງ​ເສ​ສວນ​ຈີນ​ໄດ້​ແຈ້ງ​ໃຫ້​ຊາບ​ວ່າ,​ແຜ່ນດິນ​ໄຫວ​ຢູ່​ເມືອງ​ເວີ້​ນຊ່ວນ​ໄດ້​ເກີດ​ມີ​ເວີງ​ນ້ຳ​ຫົ້ງ​34​ບ່ອນ,​ປັດ​ຈຸ​ບັນ,​ວຽກ​ງານ​ກຳຈັດ​ຄວາມ​ອັນຕະລາຍ​ຂອງ​ເວີງ​ນ້ຳ​ຫົ້ງ​ເຫຼົ່າ​ນີ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່​ຫຼວງ,​ໄດ້ມີ33​ບ່ອນ​ໄດ້​ກຳຈັດ​ຫຼື​ຫຼຸດຜ່ອນ​ຄວາມ​ອັນຕະລາຍລົງ​ໄດ້.

ນັບ​ແຕ່​ເມືອງ​ເວິ້ນຊ່ວນ​ເກີດ​ແຜ່ນດິນ​ໄຫວ​ມາ​ນີ້,ພະ​ແນ​ກຊົນ​ນະ​ປະທານ​ໄດ້​ປະຕິບັດ​ຄຳ​ສັ່ງ​ແນະນຳ​ທີ່ໃຫ້​ຜູ່​ນຳ​ນະຄອນ​ແລະ​ເມືອງ​ທີ່​ກ່ຽວຂ້ອງ​ຮັບຜິດຊອບ​​ເວີງ​ນ້ຳ​ຫົ້ງ​ຕ່າງໆ​ທີ່​ມີ​ຄວາມ​ອັນຕະລາຍ​ລະດັບ​ຕ່າງ​ກັນ,​ໃຫ້​ເຂົາ​ເຈົ້າ​​ເຮັດ​ຫຼ້ອນ​ໜ້າ​ທີ່​ກຳຈັດ​ຄວາມ​ອັນຕະລາຍ​ແລະ​ປະຕິບັດ​ແຜນ​ການ​ລະອຽດ​ກ່ຽວ​ກັບ​ການ​ຍົກ​ຍ້າຍ​ປະຊາຊົນ​​ເພື່ອ​ຫຼີກ​ໄພພາຍ​ໃນ​ເວລາ​ກຳນົດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
• 6996882
Dear sir, may I listen the English song " I just call to say I love you" from: Somchith.
• 2201120

Sabaidee DJ could you play: xieng shui please play this song for me, anyway thanks.

• 2564641

May I listen song : everything I do I do it for you (kui).

ອ່ານຕໍ່...>>