ສປປເກົາຫຼີແລະການາດາຕີລາຄາສູງຕໍ່ວຽກງານກູ້ໄພແຜ່ນດິນໄຫວຂອງຈີນ
-----------------------------------------------------------------------------------------------------------------
ຕາມຂ່າວສານຊິນຮວາ:ຫວ່າງມໍ່ໆນີ້,ສື່ມວນຊົນສປປເກົາຫຼີແລະຂ້າຫຼວງໃຫຍ່ການາດາລ້ວນແຕ່ຕີລາຄາວຽກງານກູ້ໄພແຜ່ນດິນໄຫວຂອງຈີນໃນລະດັບສູງ.
ວັນທີ18 ມິຖຸນານີ້,ໜັງສືພິມເກົາຫຼີປະຊາທິປະໄຕຫຼືມິນຈູ ໂຈຊົນເຊິ່ງເປັນສຽງຂອງລັດຖະບານສປປເກົາຫຼີລາຍງານວ່າ,ພາຍໃຕ້ແຜ່ນດິນໄຫວເກີດຂຶ້ນ,ພາຍໃນການບັນຊາຂອງພັກແລະລັດຖະບານຈີນ,ທະຫານແລະປະຊາຊົນຈີນໄດ້ດຳເນີນການກູ້ໄພຊ່ອຍເຫຼືອຢ່າງຮີບຮ້ອນແລະໝັ້ນໜຽວທົນທານ,ສາມັກຄີກັນເຂົ້າຮ່ວມວຽກງານຟື້ນຟູສ້າງສາຄືນໃໝ່ພາຍຫຼັງໄພ.ບົດລາຍງານຂຽນວ່າ,ໃນຂະນະທີ່ພະຍາຍາມດຳເນີນການກູ້ໄພ,ຈີນກໍ່ບໍ່ໄດ້ຢຸດວຽກງານກະກຽມງານກິລາໂອລິມປິກປັກກິ່ງ,ແຕ່ຍິ່ງພະຍາຍາມດຳເນີນການກະກຽມທຸກດ້ານໃນໄລຍະສຸດທ້າຍ,ເພື່ອເຮັດໃຫ້ງານກິລາໂອລິມປິກປັກກິ່ງເປັນໂອລິມປິກທີ່ມີສີສັນພິເສດແລະລະດັບສູງ.
ວັນທີ17 ມິຖຸນານີ້,ທ່ານມີເຊ ຢາງ ຂ້າຫຼວງໃຫຍ່ການາດາຢືນຢັນຕໍ່ວຽກງານກູ້ໄພແຜ່ນດິນໄຫວຂອງຈີນໃນລະດັບສູງແລະຫວັງວ່າປະຊາຊົນຂອງເຂດປະສົບໄພຈະຜ່ານຜ່າຄວາມຫຍຸ້ງຍາກ,ສ້າງສາຄືນໃໝ່ໂດຍໄວ.